ປະຊາຄົມຊາວຫວຽດນາມ ອາໄສຢູ່ປະເທດຕ່າງໆ ໂຮມຊຸມນຸນຄັດຄ້ານການກະທຳຂອງຈີນ

(vovworld) – ຢູ່​ນະຄອນ ​​Osaka ​ແລະ ​Okayyama, ປະ​ເທດ​ຍີ່ປຸ່ນ, ມີ​ຊາວ​ຫວຽດນາມ ​ແລະ ຍີ່ປຸ່ນ ກວ່າ 1300 ຄົນ ​ໄດ້​ເຂົ້າ​ຮ່ວມ​ການ​ເດີນ​ຂະ​ບວນ​ໃນ​ວັນ​ທີ 26/05. ຄະນະ​ເດີນ​ຂະ​ບວນ​ໄດ້​ຍ່າງ​ຕາມ​ຖະໜົມ​ສາຍ​ຕ່າງໆ​ໃກ້​ກັບ​ກົງ​ສູນ​ໃຫຍ່​ຈີນ  ປະຈຳ ​Osaka, ຍົກ​ປ້າຍ​ຄຳ​ຂວັນດ້ວຍ​ແຖວ​ຕົວ​ໜັງສື “ຫວຽດນາມ ຮັກຫອມ​ສັນຕິພາບ”, “ຈີນ ​ຕ້ອງ​ເຄົາລົບ​ກົດໝາຍ​ສາກົນ”… ໜັງສື່​ພິມ​Sankei ​ແລະ Asahi ລາຍ​ວັນກໍ່​ໄດ້ລົງ​ພິມຂ່າວ​ກ່ຽວ​ກັບ​ການ​ເດີນ​ຂະ​ບວນດັ່ງກ່າວ. ​ປະທານ​ສະມາຄົມ​ຊາວ​ໜຸ່ມ - ນັກ​ສຶກສາ​ຫວຽດນາມ ຢູ່ Okayyama, ທ່ານ ຟ້າ​ມ​ແທງ​ຫາຍ ​ໃຫ້​ຮູ້​ວ່າ “ຜ່ານ​ການ​ເດີນ​ຂະ​ບວນນີ້, ພວກ​ຂ້າພະ​ເຈົ້າ​ຢາກ​ສົ່ງ​ສານສັນຕິພາບ​ເຖິງ​ປະຊາຊົນ​ຍີ​່ປຸ່ນ ​ແລະ ​ເພື່ອນ​ມິດສາ​ກົນ. ພວກ​ຂ້າພະ​ເຈົ້າສະໜັບສະໜູນ​ລັດຖະບານ ​ແລະ ປາດ​ຖະໜາ​ວ່າ ພວກ​ເຮົາ​​ມີ​ບັນດາ​ມາດ​ຕະການ​ເດັດດ່ຽວ​ເພື່ອ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຂອງ​ ປະ​ເທດ​ຊາດ”.

ປະຊາຄົມຊາວຫວຽດນາມ ອາໄສຢູ່ປະເທດຕ່າງໆ ໂຮມຊຸມນຸນຄັດຄ້ານການກະທຳຂອງຈີນ - ảnh 1
ນັກ​ສຶກສາ​ຫວຽດນາມ ພວມ​ຮໍ່າຮຽນ​ຢູ່ ຊິດ​ນີ, ອົດສຕາ​ລີ
ກ່າວ​ປະນາມ​ການ​ກະທຳ​ຂອງ​ຈີນ
(ພາບ: vtc.vn)


    ກອນໜ້ານັ້ນ, ວັນທີ 25/05, ປະຊາ​ຄົມ​ຊາວ​ຫວຽດນາມ ​ແລະ ນັກ​ສຶກສາ​ຫວຽດນາມ ທີ່​ພວມ​ຮໍ່າຮຽນ​ຢູ່ ຊິດ​ນີ, ອົດສຕາ​ລີ, ​ໄດ້​ເຕົ້າ​ໂຮມກັນ​ຢູ່​ສຳນັກງານອົງການ​ບໍລິຫານ Town Hall ​ເພື່ອ​ຄັດຄ້ານ​ການ​ກະທຳ​ຂອງ​ຈີນ ທີ່​ນຳ​ຮ້ານ​ເຈາະ​ນ້ຳມັນ ​ໄຮ​ຢາງ 981, ບັນດາ​ກຳ​ປັ່ນປະກອບ​ອາວຸດ ​ແລະ ​ເຮືອ​ບິນ​ເຂົ້າ​ເຂດ​ເສດຖະກິດ​ຈຳ​ເພາະ​ (EEZ) ຂອງ​ຫວຽດນາມ, ລະ​ເມີດ​ອະທິປະ​ໄຕ ​ແລະ ສິດອຳນາດ​ສານ​ຂອງ​ຫວຽດນາມ ​ໃນ EEZ ​ແລະ ​ໄຫຼ່ທະວີບ​ຂອງ​ຫວຽດນາມ. ມີກວ່າ 300 ຄົນ ​ໄດ້​ຍົກທຸງຊາດ​ຂອງ​ຫວຽດນາມ ​ແລະ ​ປ້າຍ​ຄຳ​ຂວັນ​ຢືນຢັນ​ອະທິປະ​​ໄຕ​ຂອງ​ຫວຽດນາມ ສຳລັບ​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ, ກ່າວ​ປະນາມ​ການ​ກະທຳ​ຂອງ​ຈີນ ​ແລະ ຮຽກ​ຮ້ອງ​ລັດຖະບານ​ປະ​ເທດ​ນີ້​ຕ້ອງ​ມີ​ການ​ກະທຳ​ດ້ວຍ​ຄວາມ​ຮັບຜິດຊອບ, ​ເຄົາລົບ​ກົດໝາຍ​ສາກົນ, ຖອນ​ຮ້ານ​ເຈາະ​ນ້ຳມັນອອກ​ຈາກ​ເຂດ​ເສດຖະກິດ​ຈຳ​ເພາະ​ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ ​ໃນ​ທັນທີ.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ຢູ່​ສະໜາມ​ຫຼວງ Triangeln, ​ໃຈກາງ​ນະຄອນ Malmo, ທາງ​ພາກ​​ໃຕ້​ຊູ​ແອດ, ມີ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຊູ​ແອດ​ ປະມານ 400 ຄົນ ​ໄດ້​ເຂົ້າ​ຮ່ວມ​ການ​ເດີນ​ຂະ​ບວນ​ເພື່ອ​ຄັດຄ້ານ​ບັນດາ​ການ​ກະທຳ​ຂອງ​ຈີນ ຢູ່​ເຂດເສດຖະກິດ​ຈຳ​ເພາະ​ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ. ພັກ​ກອມ​ມູນິດ ຊູ​ແອດ ຢູ່​ເຂດ Malmo ​ໄດ້​ຈັດ​ສົ່ງ​ຜູ້ຕາງໜ້າ​ເຂົ້າ​ຮ່ວມ​ການ​ແຫ່​ຂະ​ບວນປະ​ທ້ວງ​ເພື່ອສະ​ແດງ​ຄວາມ​ສາມັກຄີ ​ແລະ ສະໜັບສະໜູນ​ປະຊາຊົນ​ຫວຽດນາມ ​ໃນ​ການຕໍ່​ສູ້ຍາດ​ເອົາ​ຄວາມ​ເປັນ​ທຳ​ ຕ້ານ​ບັນດາ​ການ​ກະທຳ​ທີ່​ຜິດພາດ​ຂອງ​ຈີນ.

ປະຊາຄົມຊາວຫວຽດນາມ ອາໄສຢູ່ປະເທດຕ່າງໆ ໂຮມຊຸມນຸນຄັດຄ້ານການກະທຳຂອງຈີນ - ảnh 2
(ພໍ່​​ແມ່​ປະຊາຊົນ​ຊາວ​ຫວຽດນາມ ທີ່ພວມ​ດຳລົງ​ຊີວິດ​, ​ເຮັດ​ວຽກ ​ແລະ ຮໍ່າຮຽນ​ຢູ່​ມາ​ເລ​ເຊຍ
ກ່າວ​ປະນາມ​ການ​ກະທຳ​ຂອງ​ຈີນ)

      ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ທີ 25/05, ພໍ່​​ແມ່​ປະຊາຊົນ​ຊາວ​ຫວຽດນາມ ທີ່ພວມ​ດຳລົງ​ຊີວິດ​, ​ເຮັດ​ວຽກ ​ແລະ ຮໍ່າຮຽນ​ຢູ່​ມາ​ເລ​ເຊຍ ​ໄດ້​ເດີນ​ຂະ​ບວນຢ່າງ​ສັນຕິພາບ​ຢູ່​ນອກ​ສະຖານທູດ​ຈີນ ປະຈຳ​ນະຄອນຫຼວງ Kuala Lumpur ​ເພື່ອ​ຄັດຄ້ານ​ການ​ກະທຳ​ຂອງ​ຈີນ ທີ່​ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ ​ຢ່າງ​ຜິດ​ກົດໝາຍ​ໃນ​ເຂດເສດຖະກິດ​ຈຳ​ເພາະ​ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ. ຜູ້ຕາງ​ໜ້າ​ປະຊາ​ຄົມ​ຊາວ​ຫວຽດນາມ ປະຈຳ​ມາ​ເລ​ເຊຍ ​ໄດ້​ສົ່ງ​ຈົດໝາຍ​ຄັດຄ້ານ​ໃຫ້​ເຖິງ​ສະຖານທູດ​ຈີນ ປະຈຳ​ມາ​ເລ​ເຊຍ, ຮຽກຮ້ອງ​ຝ່າຍ​ຈີນ ຖອນ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ພ້ອມ​ກັບ​ກຳ​ປັ່ນປ້ອງ​ກັນ​ທັງ​ໝົດ ອອກ​ຈາກ​​ເຂດເສດຖະກິດ​ຈຳ​ເພາະ​ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ ​ໃນ​ທັນທີ. ​ໃນ​ຈົດໝາຍ​ຄັດຄ້ານ, ປະຊາ​ຄົມຊາວ​ຫວຽດນາມ ປະຈຳ​ມາ​ເລ​ເຊຍ ກໍ່​ຮຽກຮ້ອງບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ກໍ່​ຄື​ປະ​ເທດ​ຕ່າງໆ​ໃນ​ໂລກ ຮ່ວມ​​ກັບ​ປະຊາຊົນ​ຫວຽດນາມ ​ໃນ​ຄວາມ​ມານະ​ພະຍາຍາມ​ເພື່ອ​ສັນຕິພາບ ​ແລະ ວັດທະນາ​ຖາວອນ​ລວ​ມ.

     

ຂ່າວ/ບົດ​ອື່ນ