ປະຊາຄົມຊາວຫວຽດນາມ ອາໄສຢູ່ຫຼາຍປະເທດຕ້ອນຮັບບຸນປີໃໝ່ປີກຸນ 2019

(VOVWORLD) -ຕອນຄ່ຳວັນທີ 26 ມັງກອນ, ຢູ່ນະຄອນ Kazan, ເມືອງເອກຂອງປະເທດສ.Tatarstan, ສະຫະພັນລັດເຊຍ, ປະຊາຄົມຊາວຫວຽດນາມ ໄດ້ຈັດພີທີຕ້ອນຮັບບຸນປີໃໝ່ປີກຸນ.
ປະຊາຄົມຊາວຫວຽດນາມ ອາໄສຢູ່ຫຼາຍປະເທດຕ້ອນຮັບບຸນປີໃໝ່ປີກຸນ 2019 - ảnh 1 (ປະຊາຄົມຊາວຫວຽດນາມ ອາໄສຢູ່ຫຼາຍປະເທດຕ້ອນຮັບບຸນປີໃໝ່ປີກຸນ 2019)

ບັນດາພວກນ້ອງນ້ອຍ, ຊາວໜຸ່ມເຍົາວະຊົນ ອະນຸຊົນ, ບັນດາແມ່ເຖົ້າ, ເອື້ອຍນ້ອງໄດ້ນຸ່ງຊຸດເຊື້ອຍາວປະຈຳຊາດ, ຈັດພາເຂົ້າມີອາຫານຂອງບຸນເຕັດຢ່າງຄົບຖ້ວນ.

        ແລະກໍ່ໃນວັນທີ 26 ມັງກອນ, ຢູ່ອີຢິບ, ສະຖານທູດຫວຽດນາມ ປະຈຳອີຢິບ ກໍ່ໄດ້ຈັດລາຍການຫໍ່ ແລະ ຕົ້ມເຂົ້າຕົ້ມ, ປະດັບປະດາດອກຄາຍ ເພື່ອຮັບໃຊ້ໃຫ້ລາຍການບຸນເຕັດ 2019. ລາຍການໄດ້ດຶງດູດການເຂົ້າຮ່ວມຂອງປະຊາຄົມຊາວຫວຽດນາມ ທີ່ພວມດຳລົງຊີວິດ, ເຮັດວຽກ ແລະ ຮ່ຳຮຽນຢູ່ນະຄອນຫຼວງ ກາຍໂຣ ເປັນຈຳນວນຫຼາຍ. ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອີຢິບ ເຈິ່ນແທ່ງກົງ, ໃຫ້ຮູ້ວ່າ.

        “ໃນຊຸມມື້ນີ້, ຊາວຫວຽດນາມ ທຸກຄົນພວມຫ້າງຫາກະກຽມຕ້ອນຮັບບຸນເຕັດ. ສະຖານທູດຫວຽດນາມ ປະຈຳອີຢິບ ໄດ້ຈັດການຫໍ່ເຂົ້າຕົ້ມພ້ອມກັບພໍ່ແມ່ຊາວຫວຽດນາມ ອາໄສຢູ່ອີຢິບ. ນີ້ແມ່ນຈຸດວັດທະນະທຳຂອງຊາວຫວຽດນາມ ຊ່ວຍໃຫ້ຊາວຫວຽດນາມ ອາໄສຢູ່ທີ່ນີ້ມີຄວາມເຂົ້າໃຈກ່ຽວກັບບຸນເຕັດ ແລະ ພວກເຮົາໄດ້ມີບັນດາຈຸດວັດທະນະທຳສະເພາະຂອງຕົນ.”

        ໃນຂະນະນັ້ນ, ບັນດາການເຄື່ອນໄຫວຕ້ອນຮັບບຸນເຕັດ, ຕ້ອນຮັບບຸນປີໃໝ່ປີກຸນ ກໍ່ໄດ້ຮັບການຈັດຕັ້ງຢູ່ ກົວລາລຳເປີ, ປະເທດມາເລເຊຍ ແລະ ນະຄອນ ຢາງກຸງ, ປະເທດມຽນມາ ແລະ ສິງກະໂປ ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ