ປະຊາຄົມຊາວຫວຽດນາມ ອາໄສຢູ່ອັງກິດ,ອາເມລິກາ ຕ້ອນຮັບບຸນປີໃໝ່ ປະຈຳຊາດ


ປະຊາຄົມຊາວຫວຽດນາມ ອາໄສຢູ່ອັງກິດ,ອາເມລິກາ ຕ້ອນຮັບບຸນປີໃໝ່ ປະຈຳຊາດ - ảnh 1

ທ່ານເອກ​ອັກຄະ​ລັດຖະທູ​ດເລ​ຮ່ວາງ​ຈຸ​ງ, ​

(ພາບ: Vietnamplus)

 (vovworld)-  ຕອນ​ຄ່ຳວັນ​ທີ 19/1, ຢູ່​​ເມືອງ Hackney-ນະຄອນຫຼວງ​ລອນ​ດອນ, ​ແຫ່ງລາຊະ​ອານາຈັກ​ອັງກິດ, ຊື່​ງ​ແມ່ນ​ແຫ່ງ​ທີ່ຊາວ​ຫວຽດນາມ ດຳລົງ​ຊີວິດ​ເປັນ​ຈຳນວນ​ຫຼາຍ ​ໄດ້​ຈັດ​ໃຫ້​ມີ​ງານ​ລາຕີພົບ​ປະ​ແລກປ່ຽນ, ສະ​ແດງ​ສິລະ​ປະອວຍພອນລະດູບານ​ໃໝ່​ປີ 2014 ​ແລະ ບໍລິຈາກ​ເງິນ​ສະໜັບ​ສະ​ນູນ ປຊຊ ​ພາກ​ກາງ​ຫວຽດນາມ​ປະສົບ​ໄພ​ນ້ຳຖ້ວມ. ຄະນະ​ຈັດຕັ້ງ​ໄດ້​ຮັບ​ເງິນ​ບໍລິຈາກ​ຈຳນວນ​ກ່ວາ 8000 ປອນ (ສະກຸນ​ເງິນ​ອັງກິດ) ​ເພື່ອ​ຊ່ວຍ​ເຫຼືອ ປຊຊ ຕາ​ແສງ​ແຮ້ງ​ເຟືອ​ກ-​ເມືອງ​ເຫ້ງຍ​ແຮ່ງ-​ແຂວງ​ກວາງ​ຫງ້າ​ຍ ​ແລະ ຕາ​ແສງ​ຢໍ​ໝີ້-​ເມືອງ​ຢໍ​ລິນ-​ແຂວງ​ກວາງ​ຈິ ​ໃນ​ໂອກາດ​ບຸນປີ​ໃໝ່​ປີ​ມະ​ເມຍ ​ໃກ້​ຈະ​ມາ​ຮ​ອດ.

  ​ໃນ​ວັນ​ດຽວ​ກັນ, ຢູ່​ນິວຢອກ, ປະ​ເທດ​ອາ​ເມ​ລິ​ກາ, ຊາວ​ໜຸ່ມ, ​ນັກ​ສຶກສາ​ຫວຽດນາມ​ເກືອບ 400 ຄົນ​ພວມ​ຮ່ຳຮຽນ ​ແລະ ​ເຮັດ​ວຽກ​ຢູ່​ນິວຢອກ ​ໄດ້​ຈັດ​ງານ​ລາຕີ​ສະ​ແດງ​ດົນຕີ​ຕ້ອນຮັບ​ບຸນປີ​ໃໝ່​ປະຈຳ​ຊາດ, ປີ​ມະ​ເມຍ. ​ເນື່ອງ​ໃນ​ໂອກາດ​ນີ້, ສະມາຄົມຊາວ​ໜຸ່ມ, ນັກ​ສຶກສາຫວຽດນາມ ຢູ່​ນິວຢອກ ​ໄດ້​ຮັບການສະ​ເໜີ​ຢ່າງ​ເປັນ​ທາງ​ການ. ​​ເຂົ້າຮ່ວມ ​ແລະ ລະດົ​ມກຳລັງ​ໃຈ​ບັນດາ​ເພື່ອນ​ຊາວ​ໜຸ່ມ, ນັກ​ສຶກສາ, ທ່ານ​ເລ​ຮ່ວາງ​ຈຸ​ງ, ​ເອກ​ອັກຄະ​ລັດຖະທູ​ດ, ຫົວໜ້າ​ຄະນະ​ຜູ້ຕາງໜ້າ​ຫວຽດນາມ ປະຈຳ ສປຊ ຫວັງ​ວ່າ, ສະມາຄົມຊາວ​ໜຸ່ມ, ນັກ​ສຶກສາຫວຽດນາມ ຢູ່​ນິວຢອກ ຈະ​ແມ່ນ​ເວທີ​ປາ​ໄສ​ທີ່​ມີ​ປະ​ໂຫຍ​ດ​ເພື່ອ​ໃຫ້​ບັນດາຊາວ​ໜຸ່ມ, ນັກ​ສຶກສາຫວຽດນາມ ຢູ່​ນິວຢອກ ພ້ອມ​ກັນ​ແບ່ງປັນ​ບົດຮຽນ​ໃນ​ການ​ຮ່ຳຮຽນ, ​ເຮັດ​ວຽກ, ຊ່ວຍ​ເຫຼືອ​ຊື່​ງກັນ ​ແລະ ກັນ ​ແລະ ມານະ​ພະຍາຍາມ​ສະ​ສົມ​ຄວາມ​ຮູ້, ປັນຍາ​ເພື່ອ​ປະກອບສ່ວນ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ​ໃນ​ອະນາຄົດ./.

ຂ່າວ/ບົດ​ອື່ນ