ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ຮ່ວມ​ແຮງ​ຮ່ວມ​ໃຈ​ກັບ ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ລາວປ້ອງ​ກັນ, ສະ​ກັດ​ກັ້ນ ໂລກ​ລະ​ບາດ Covid– 19

(VOVWORLD) - ຕອນເຊົ້າວັນທີ 10 ເມສາ, ຢູ່ຫ້ອງວ່າການນາຍົກລັດຖະມົນຕີ ລາວ ຢູ່ນະຄອນຫຼວງ ວຽງຈັນ, ຜູ້ຕາງໜ້າຂອງ ສະມາຄົມໃຫຍ່ຊາວຫວຽດນາມ ອາໄສຢູ່ລາວ ແລະ ສະມາຄົມວິສາຫະກິດ ຫວຽດນາມ ຮ່ວມມື ແລະ ລົງທຶນຢູ່ລາວ ໄດ້ມອບເງິນຈຳນວນ 113.900.000 ກີບ (ປະມານ 13.000 USD)ໃຫ້ແກ່ທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນລາວ ເພື່ອຮ່ວມແຮງຮ່ວມໃຈພ້ອມກັບລັດຖະບານ ແລະ ປະຊາຊົນລາວໃນບັ້ນຕໍ່ສູ້ກັບໂລກລະບາດ Covid -19.
ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ຮ່ວມ​ແຮງ​ຮ່ວມ​ໃຈ​ກັບ ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ລາວປ້ອງ​ກັນ, ສະ​ກັດ​ກັ້ນ ໂລກ​ລະ​ບາດ Covid– 19 - ảnh 1ທ່ານ ຫງວຽນຢຸຍຈຸງ, ປະທານສະມາຄົມໃຫຍ່ຊາວຫວຽດນາມ ຢູ່ລາວມອບເງິນສະໜັບສະໜູນໃຫ້ແກ່ລັດຖະບານ ລາວເພື່ອສະກັດກັ້ນໂລກລະບາດ Covid - 19 (ພາບ: Vietnam+)

ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນຢຸຍຈຸງ, ປະທານສະມາຄົມໃຫຍ່ຊາວຫວຽດນາມ ອາໄສຢູ່ລາວ, ໃຫ້ຮູ້ວ່າ ໃນໄລຍະທີ່ຜ່ານມາ, ພໍ່ແມ່ປະຊາຊົນຊາວ ຫວຽດນາມອາໄສຢູ່ລາວ ແລະ ບັນດາວິສາຫະກິດ ຫວຽດນາມ ທີ່ພວມລົງທຶນ, ດຳເນີນທຸລະກິດຢູ່ລາວມີຄວາມເອົາໃຈໃສ່ທີ່ສຸດ ແລະ ຕິດຕາມສະພາບການຂອງໂລກລະບາດ Covid - 19 ຢູ່ລາວຢ່າງໃກ້ຊິດ. ເຖິງແມ່ນວ່າ ໂລກລະບາດ ໄດ້ສົ່ງຜົນສະທ້ອນບໍ່ແມ່ນໜ້ອຍເຖິງຊີວິດການເປັນຢູ່ກໍ່ຄືການດຳເນີນທຸລະກິດຂອງພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ລາວ ແລະ ບັນດາວິສາຫະກິດກໍ່ຕາມ, ແຕ່ປະຊາຄົມຊາວຫວຽດນາມອາໄສຢູ່ລາວຍັງໄດ້ສະໜັບສະໜູນ ແລະ ຕີລາຄາສູງທີ່ສຸດ ຕໍ່ບັນດາມາດຕະການຢ່າງຂ້ຽວຂາດຂອງ ລັດຖະບານລາວໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid -19.

ຕາງໜ້າໃຫ້ແກ່ລັດຖະບານ ແລະ ປະຊາຊົນລາວ, ທ່ານສົມດີ ດວງດີໄດ້ຢັ້ງຢືນວ່າ ການປະກອບສ່ວນນີ້ໄດ້ສະແດງໃຫ້ເຫັນຄວາມຮັບຜິດຊອບຢ່າງສູງຂອງປະຊາຄົມຊາວຫວຽດນາມທີ່ມີຕໍ່ປະເທດລາວ, ພ້ອມກັນນັ້ນທ່ານກໍ່ໃຫ້ຄຳໝັ້ນສັນຍາວ່າ ຈະນຳໃຊ້ຈຳນວນເງິນດັ່ງກ່າວ ເຂົ້າໃນວຽກງານການປ້ອງກັນ, ສະກັດກັ້ນໂລກລະບາດ Covid– 19ຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ