ປະຊາຄົມຊາວຫວຽດນາມ ໃນທົ່ວໂລກສືບຕໍ່ຄັດຄ້ານ ການກະທຳລ່ວງລະເມີດ ອະທິປະໄຕເຂດທະເລຂອງຫວຽດນາມ


ປະຊາຄົມຊາວຫວຽດນາມ ໃນທົ່ວໂລກສືບຕໍ່ຄັດຄ້ານ ການກະທຳລ່ວງລະເມີດ ອະທິປະໄຕເຂດທະເລຂອງຫວຽດນາມ - ảnh 1

ຮ້ານນ​ເຈາະ​ນ້ຳມັນ​ຂອງ​ຈີນ​ນຳເຂົ້າ​ເຂດ​ທະ​ເລ​ຫວຽດນາມ​ຢ່າງ​ຜິດ​ກົດໝາຍ

(ພາບປະກອບ)

(vovworld)- 10 ສະມາຄົມ​/ຄະ​ນະຫວຽດນາມ ຢູ່ຝະລັ່ງ ຫາ​ກໍ່​ອອກ​ຖະ​ແຫຼ​ງການ​ຮ່ວມຄັດຄ້ານ​ບັນດາ​ການ​ກະທຳ​ຂອງ​ຈີນ ທີ່​ໄດ້​ຕັ້ງຮ້ານ​ເຈາ​ະນ້ຳມັນ​ຢ່າງ​ຜິດ​ກົດໝາຍ​ໃນເຂດ​ທະ​ເລຂອງ​ຫວຽດນາມ. ຖະ​ແຫຼ​ງການ​ຊີ້​ແຈ້ງວ່າ: “ການ​ກະທຳ​ພຽງ​ລຳພັງ​ຝ່າຍ​ດຽວ​ນີ້​ຂອງ​ຈີນ ​ໄດ້ລະ​ເມີດ​ອະທິປະ​ໄຕ​ຂອງ​ຫວຽດນາມ ຢ່າງ​ຮ້າຍ​ແຮງ; ນາບ​ຂູ່​ເຖິງ​ຄວາມ​ສະຫງົບ​ປອດ​ໄພ​ໃນ​ພາກ​ພື້ນ; ລະ​ເມີດ​ຫຼັກການ​ແກ້​ໄຂ​ບັນດາ​ການ​ພິພາດ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໂດຍ​ສັນຕິ​ວິທີ“. ບັນດາ​ສະມາຄົມ​/ຄະ​ນະຫວຽດນາມ ຢູ່ຝະລັ່ງ ຮຽກຮ້ອງ​ໃຫ້​ປະຊາ​ຄົມ​ໂລກ, ພິ​ເສດ​ແມ່ນ​ບັນດາ​ປະ​ເທດ​ພວມ​ມີ​ຖະ​ແຫຼ​ງການອະທິປະ​ໄຕຢູ່​ທະ​ເລ​ຕາ​ເວັນ​ອອກ​ຈົ່ງ​ອອກສຽງ​ຄັດຄ້ານ​ການ​ກະທຳ​ເກາະ​ຜິດ ​ແລະ ຮຸກ​ຮານ​ຂອງ​ອຳນາດ​ການ​ປົກຄອງ​ຈີນ. ຮອງ​ສາດສະດາຈານ- ດຣ ຫງວຽນ​ດຶກ​ເຄືອງ, ປະທານ​ສະມາຄົມ​ຜູ້​ຊ່ຽງ​ຊານ​ຫວຽດນາມ ປະຈຳ​ຝະລັ່ງ ​ໃຫ້​ຮູ້​ວ່າ:

  “​ໃນ​ຊຸມ​ມື້​ຜ່ານ​ມາ, ສະມາຊິກ​ທຸກ​ຄົນ​ລ້ວນ​ແຕ່​ມຸ້ງ​ໄປ​ເຖິງ​ຫວຽດນາມ, ຕິດຕາມ​ຂ່າວ​ຄາວ​ກໍ່​ຄື​ຄຳ​ປະກາດ​ຢ່າງ​ເປັນທາງ​ການຂອງ​ລັດ​ຫວຽດນາມ ທີ່​ມີ​ຕໍ່​ການ​ກະທຳ​ຮຸກ​ຮານ​ຂອງ​ຈີນ. ພວກ​ຂ້າພະ​ເຈົ້າ​ໄດ້​ພ້ອມກັນ​ລົງ​ລາຍ​ເຊັນ​ໃນ​ຖະ​ແຫຼ​ງການ​ຮ່ວມ​ຂອງ​ບັນດາ​ສະມາຄົມ/ຄະນະ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຝະລັ່ງ ຄັດຄ້ານບັນດາ​ການ​ກະທຳ​ຜິດພາດ​ທີ່ໄປ​ຝືນ​ກັບ​ທຸກໆ​ຫຼັກການ​ມິ​ດຕະພາບ, ການ​ປະພຶດ​​ໂດຍພື້ນຖານ, ລະ​ເມີດ​ກົດໝາຍ​ສາກົນ ​ແລະ ​ໄດ້ຕັ້ງໜ້າ​ຂົນຂວາຍ​ບັນດາ​ຄູ່​ຮ່ວມ​ມື​ຂອງ​ສະມາຄົມ​ຢູ່​ຝະລັ່ງ ​ແລະ ​ໃນ​ໂລກ, ນຳ​ສຽງ​ເວົ້າຂອງ​ປະຊາຊົນ​ເຖິງ​ວົງ​ການ​ຂ່າວສານ ຜ່ານ​ນັ້ນຂົນຂວາຍ​ເພື່ອນ​ມິດສາ​ກົນສະໜັບສະໜູນ ​ແລະ ຊ່ວຍ​ເຫຼືອ​ຫວຽດນາມ ​ໃນ​ການ​ຕໍ່ສູ້​ດ້ານ​ນິຕິ​ກຳ ​ເພື່ອ​ໃຫ້ຈີນ ຢຸດຕິ​ບັນດາ​ການ​ກະທຳ​ກໍ່​ຄວາມ​ວຸ້ນວາຍ​ບົນ​ທະ​ເລ​ຕາ​ເວັນ​ອອກ“.

   ວັນ​ທີ 12/5, ຄະນະ​ຕິດ​ຕໍ່​ພົວພັນປະຊາ​ຄົມຊາວ​ຫວຽດນາມ ຢູ່​ສິງ​ປະ​ໂປ ​ໄດ້​ຝາກ​ຈົດໝາຍ​​ເຖິງ​ບັນດາ​ການ​ນຳ​ຫວຽດນາມ, ສະ​ແດງ​ຄວາມ​ໂກດ​ແຄ້ນ​ຕໍ່​ການ​ກະທຳ​ເປີດ​ແປນ​ຂອງ​ຈີນ ຊື່​ງ​ໄດ້​ຕັ້ງຮ້ານ​ເຈາ​ະນ້ຳມັນ​ໄຮ​ຢາງ 981 ​ໃນເຂດ​ເສດຖະກິດ​ຈຳ​ເພາະ ​ແລະ​ ໄຫຼ່​ທະວີບຂອງ​ຫວຽດນາມ ພ້ອມ​ທັງ​ຢັ້ງຢືນ​ວ່າ: ປະຊາ​ຄົມຊາວ​ຫວຽດນາມ ຢູ່​ສິງ​ປະ​ໂປ ພ້ອມ​ແລ້ວ​ທີ່ຈະກັບ​ເມືອ​ປະ​ເທດ, ພ້ອມ​ກັບ​ປະຊາຊົນ​ປະກອບສ່ວນ​ສ້າງສາ ​ແລະ ປົກ​ປັກຮັກສາ​ປະ​ເທດ​ຊາດ.

ສະ​ມາ​ຄົມ​ຊາວ​ໜຸ່ມ - ນັກ​ສຶ​ກ​ສາ ຫວຽດ​ນາມ ຢູ່ ອາ​ເມ​ລິ​ກາ ຄັດ​ຄ້ານຢ່າງ​ຮຸນແຮງຕໍ່​ເລື່ອງ​ ຈີນ​ ລ່ວງ​ລ້ຳ​ອະ​ທິ​ປະ​ໄຕ​ເຂດ​ນ່ານທະ​ເລ​ຂອງ ຫວຽດ​ນາມ, ຮຽກ​ຮ້ອງ​ບັນ​ດານັກ​ສຶກ​ສາ ຫວຽດ​ນາມ ຢູ່ ອາ​ເມ​ລິ​ກາ ເວົ້າ​ສະ​ເພາະ ແລະ ໃນ​ທົ່ວ​ໂລກ​ເວົ້າ​ລວມ​​ຈົ່ງກາຍ​ເປັນນັກການ​ທູດສື່​ຂ່າວ​ໃຫ້​ແກ່​ເພື່ອນ​ມິດ​ສາ​ກົນ​​ຮູ້​ກ່ຽວ​ກັບ​ເລື່ອງ ຈີນ ລວງ​ລ້ຳອະ​ທິ​ປະ​ໄຕ​ເຂດນ່ານ​ທະ​ເລ​ຂອງ ຫວຽດ​ນາມ. ຖະ​ແຫຼງ​ການ​ສື່​ມວນຊົນ​ໃນ​ໜ້າ​ເວັບ http://www.sinhvienusa.org ຂອງ​ສະ​ມາ​ຄົມ​ຊາວ​ໜຸ່ມ - ນັກ​ສຶ​ກ​ສາ ຫວຽດ​ນາມ ຢູ່ ອາ​ເມ​ລິ​ກາ ເນັ້ນ​ໜັກ​ວ່າ: “ ພວກ​ຂ້າ​ພະ​ເຈົ້າເປັນ​​ຊາວ ຫວຽດ​ນາມ ທີ່​ຮັກ​ຫອມ​ສັນ​ຕິ​ພາບ, ເຄົາ​ລົບ​ສົນ​ທິ​ສັນ​ຍາສາ​ກົນ ແລະ ຍາມ​ໃດ​ກໍ່​ປາດ​ຖະ​ໜາ​ຢາກ​ຮັກ​ສາ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ກັບ ຈີນ. ແຕ່​ວ່າ, ຕໍ່​ໜ້າ​ບັນ​ດາ​ການ​ກະ​ທຳ​ລະ​ເມີດຂອງ ຈ​ີນ, ສະ​ມາ​ຄົມ​ຊາວ​ໜຸ່ມ - ນັກ​ສຶ​ກ​ສາ ຫວຽດ​ນາມ ຊຶ່ງ​ແມ່ນ​ອົງ​ການ​ຈັດ​ຕັ້ງ​ຂອງ​ຊາວ​ໜຸ່ມ - ນັກ​ສຶກ​ສາ ຫວຽດ​ນາມ ຢູ່ ອາ​ເມ​ລິ​ກາ ຢ່າງ​ເປັນ​ທາງ​ການ, ຖະ​ແຫຼງຄັດ​ຄ້ານຢ່າງຮຸນ​ແຮງ ແລະ ຮຽກ​ຮ້ອງ​ປະ​ຊາ​ຊົນ​ໃນ​ທົ່ວ​ໂລກ, ໃນ​ນັ້ນ​ມີ​ປະ​ຊາ​ຊົນ ຈີນ ແລະ ປະ​ຊາ​ຊົນ ອາ​ເມ​ລິ​ກາ ຜູ້​ຮັກ​ຫອມ​ສັນ​ຕິ​ພາບພ້ອມ​ກັນ​ອອກ​ສຽງ​ຄັດ​ຄ້ານ​ການ​ກະ​ທຳ​ຂອງ ຈີນ ແລະ ຮຽກ​ຮ້ອງ ປັກ​ກິ່ງ ຫຼຸດ​ຜ່ອນ​ການ​ປີນ​ຂັ້ນ​ໄດ​ຄວາມ​ເຄັ່ງ​ຕຶງ, ຢຸດ​ຕິ​ບັນ​ດາ​​ຄວາມ​ຮຽກຮ້ອງ​ທວງ​ເອົາ​ອະທິປະ​ໄຕ​ຢູ່​ເຂດ​ທະ​ເລ​ທີ່​ຜິດ​ພາດ​ເພື່ອ​ຄວາມ​ໝັ້ນ​ຄົງ​ໃນ​ພາກ​ພື້ນ.


 

ຂ່າວ/ບົດ​ອື່ນ