ປະຊາຄົມຊາວຫວຽດນາມຢູ່ຊູແອດສືບຕໍ່ຄັດຄ້ານການກະທຳຂອງຈີນຢູ່ທະເລຕາເວັນອອກ

ປະຊາຄົມຊາວຫວຽດນາມຢູ່ຊູແອດສືບຕໍ່ຄັດຄ້ານການກະທຳຂອງຈີນຢູ່ທະເລຕາເວັນອອກ - ảnh 1
ປະຊາ​ຄົມ​ຊາວ​ຫວຽດນາມ ປະຈຳ​ຊູ​ແອດ
ສືບ​ຕໍ່​ຄັດຄ້ານການ​ກະທຳ​ຂອງຈີນ ຢູ່​ທະ​ເລ​ຕາ​ເວັນ​ອອກ
(ພາບ: TTXVN)


(vovworld) –  ວັນ​ທີ 01/06, ສະມາຄົມ​ຊາວ​ຫວຽ​ດນາມ ອາ​ໄສ​ຢູ່ Stockholm ​ແລະ ບັນດາ​ເຂດ​ອ້ອມ​ຂ້າງ​ໄດ້​ຈັດການ​ເດີນ​ຂະ​ບວນ​ເພື່ອ​ຄັດຄ້ານ​ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ, ຢູ່​ໃຈກາງ​ນະຄອນຫຼວງ Stockholm, ປະ​ເທດ ຊູ​ແອດ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ສືບ​ຕໍ່​ການ​ເດີນ​ຂະ​ບວນຂອງ​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່ ຊູ​ແອດ ​ເຊິ່ງຖືກ​ຈັດ​ຂຶ້ນ​ໃນ​ອາທິດ​ແລ້ວນີ້. ​ເຂົ້າ​ຮ່ວມ​ການ​ເດີນ​ຂະ​ບວນ ມີ​ບັນດາ​ນັກ​ສຶກສາ​ຫວຽດນາມ ທີ່​ພວມ​ດຳລົງ​ຊີວິດ, ຮໍ່າຮຽນ​ຢູ່ Stockholm ​ແລະ ບັນດາ​ເຂດ​ອ້ອມ​ຂ້າງ​, ພ້ອມ​ກັບ​ເພື່ອນ​ມິດ​ຊາວ ຟີລິບ​ປີນ ​ປະມານ 300 ຄົນ ​ໄດ້​ຖື​ປ້າຍ​ຄຳ​ຂວັນຄັດຄ້ານ​ຈີນ. ​ໃນ​ການ​ເດີນ​ຂະ​ບວນ, ຄະນະ​ຈັດ​ຕັ້ງ​ໄດ້​ມີ​ບົດ​ກ່າວ​ປາ​ໄສ​ດ້ວຍ 3 ພາສາ​ຄື ຫວຽດນາມ, ອັງກິດ ​ແລະ ຊູ​ແອດ ​ເພື່ອ​ກ່າວ​ປະ​ນາມ​ບັນດາ​ການ​ກະທຳ​ຜິດ​ ​ແລະ ລ​ະເມີດ​ກົດໝາຍ​ສາກົນຂ​ອງຈີນ ​ເມື່ອ​ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ ຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​ໄຫຼ່​ທະວີບ ​ແລະ ​ເຂດ​ເສດຖະກິດ​ຈຳ​ເພາະ​ຂອງ​ຫວຽດນາມ.

ຂ່າວ/ບົດ​ອື່ນ