ປະຊາຄົມຊາວຫວຽດນາມຢູ່ຝຣັ່ງຕ້ອນຮັບບຸນປີໃໝ່ປະຈຳຊາດປີວອກຢ່າງເບິກບານມ່ວນຊື່ນ

ປະຊາຄົມຊາວຫວຽດນາມຢູ່ຝຣັ່ງຕ້ອນຮັບບຸນປີໃໝ່ປະຈຳຊາດປີວອກຢ່າງເບິກບານມ່ວນຊື່ນ - ảnh 1
ການສະແດງສິລະປະຢູ່ງານບຸນ
(ພາບ: Bích Hà/TTXVN)

(vovworld) –  ວັນ​ທີ 13/2, ຢູ່​ນະຄອນ Nogent – sur – Marne, ຊານ​ນະຄອນຫຼວງ ປາຣີ, ປະຊາ​ຄົມ​ຊາວ ຫວຽດນາມ ອາ​ໄສ​ຢູ່ ຝຣັ່ງ ​ແລະ ສູນວັດທະນະທຳ ຫວຽດນາມ ປະຈຳ ​ຝຣັ່ງ ​ສົມທົບ​ກັບ​ສະມາຄົມ, ພາກສ່ວນ​ຕ່າງໆ ຈັດ​ຕັ້ງ​ບຸນປີ​ໃໝ່​ປະຈຳ​ຊາດ​ປີວອກ 2016 ດ້ວຍ​ຫົວ​ຂໍ້​ວ່າ “ລະດູບານ​ໃໝ່​ຢູ່​ບ້ານ”. ພິທີ​ຕ້ອນຮັບ​ບຸນປີ​ໃໝ່​ປະ​ຈຳ​ຊາດ​ດ້ວຍ​ການ​ເຄື່ອນ​ໄຫວ​ຕ່າງໆ​ທີ່​ອຸດົມ​ສົນ​ບູນຄື: ລາຍການ​ສະ​ແດງ​ສິລະ​ປະ, ຕີມວຍ, ຕະຫຼາດນັດ​ບຸ​ນ​ເຕັດ… ​ໄດ້​ກາຍ​ເປັນ​ວັນ​ບຸນ​ຕ້ອນຮັບ​ລະດູບານ​ໃໝ່​ຂອງ​ປະຊາ​ຄົມ​ຊາວ ຫວຽດນາມ ອາ​ໄສ​ຢູ່ ຝຣັ່ງ ຢ່າງ​ແທ​້້ຈິງ. ​ແລະກໍ​ໃນ​ວັນ​ບຸນ​ນີ້, ສູນວັດທະນະທຳ ຫວຽດນາມ ປະ​ຈຳ ຝຣັ່ງ ​ໄດ້​ປະກາດ​ບັນດາ​ບົດ​ຂຽນ ​ເຂົ້າ​ຮ່ວມ​ການ​ເສັງ​ຊອກ​ຮູ້​ກ່ຽວ​ກັບ ຫວຽດນາມ ທີ​ມີ​ຊື່​ວ່າ “ຫວຽດນາມ ຄັ້ງ​ທີ 5” ທີ່​ສະຫງວນ​ໃຫ້​ຊາວ ຝຣັ່ງ ​ແລະ ຊາວ ຫວຽດນາມ ອາ​ໄສ​ຢູ່ ຝຣັ່ງ. ບັນດາ​ບົດ​ຂຽນ ​ໄດ້​ຮັບ​ລາງວັນ​ແມ່ນ​ບັນດາ​ບົດ​ຂຽນ​ດ້ວຍ​ພາສາ ຫວຽດ, ພາສາ ຝຣັ່ງ ​ໂດ​ຍ​ແບ່ງປັນ​ຄວາມ​ຮູ້ສຶກ, ອະນຸ​ສອນ​ກ່ຽວ​ກັບ​ກົກ​ເຄົ້າ​​ເຫງົ້າ​ກໍ ຫວຽດນາມ, ຄົ້ນ​ຫາ​ພື້ນຖານ​ວັດທະນະທຳ​ ຫວຽດນາມ.

 


ຂ່າວ/ບົດ​ອື່ນ