ປະຊາຄົມຊາວຫວຽດນາມຢູ່ສະວິດອ່ວາຍເມືອຫາກົກເຄົ້າເຫງົ້າກໍ


ປະຊາຄົມຊາວຫວຽດນາມຢູ່ສະວິດອ່ວາຍເມືອຫາກົກເຄົ້າເຫງົ້າກໍ  - ảnh 1

ປະຊາ​ຄົມ​ຊາວ​ຫວຽດນາມ​ຢູ່​ສະ​ວິດ​ອ່ວາຍ​​ເມືອຫາ​ກົກ​ເຄົ້າ​ເຫງົ້າ​ກໍ

(vovworld) - ວັນ​ທີ 20/2, ຢູ່​ນະຄອນ ​ເຊີ​ແນວ, ປະ​ເທດ ສະ​ວິດ, ຊາວ ​ຫວຽດນາມ ​ແລະ ​ເພື່ອນ​ມິດ​ຕ່າງປະ​ເທດ​ນັບ​ຮ້ອຍ​ຄົນ​, ໄດ້​ເຂົ້າ​ຮ່ວມ​ພິທີ​ຕ້ອນຮັບ​ບຸນ​ປີ​ໃໝ່​ປະຈຳ​ຊາດ, ປີ ວອກ 2016, ​ເພື່ອ​ພ້ອມ​ກັນ ອ່ວາຍ​ເມືອ​ຫາ​ບ້ານ​ເກີດ​ເມືອງ​ນອນ. ກ່າວ​ຄວາມ​ເຫັນ​ນະ​ພິທີ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ຈຸ​ງ​ແທ່ງ, ຫົວໜ້າ​ຄະນະ​ປະຈຳ​ຫວຽດນາມ ຄຽງ​ຂ້າງ​ສະຫະ​ປະຊາ​ຊາດ, ອົງການ​ການ​ຄ້າ​ໂລກ ​ແລະ ບັນດາ​ອົງການ​ສາກົນ​ອື່ນໆ​ຢູ່ ​ເຊີ​ແນວ, ​ໄດ້​ສະ​ແດງ​ຄວາມ​ປາຖະໜາ​ວ່າ, ຊາວ​ ຫວຽດນາມ​ຈະສືບ​ຕໍ່​ສາມັກຄີ​ກັນ​ສູ້​ຊົນ​ເພື່ອ​ຄວາມ​ຜາ​ສຸກ ​ແລະ ຄວາມ​ຈະ​ເລີ​ນສີວິ​ໄລ, ​ເພື່ອ​ໃຫ້​ແຕ່​ລະ​ຄອບຄົວ​ມີ​ຄວາມ​ຢູ່​ເຢັນ​ເປັນ​ສຸກ ​ແລະ ​ໂຊ​ດີ​ໃນ​ປີ​ໃໝ່. ການ​ເຄື່ອນ​ໄຫວ​ນີ້​ຈະ​ເຮັດ​ໃຫ້​ປະຊາ​ຄົມ​ຊາວ ​ຫວຽດນາມ​ນັບ​ມື້​ນັບ​ມີ​ຄວາມ​ສາມັກຄີກັນ, ສ້າງ​ຜົນງານ​ຫຼາຍ​ຢ່າງ ​ແລະ ຕັ້ງໜ້າ​ເຊື່ອມ​​ໂຍງ​ເຂົ້າ​ກັບ​ການ​ດຳລົງ​ຊີວິດ​ຢູ່​ສະ​ວິດ.

ຂ່າວ/ບົດ​ອື່ນ