ປະຊາຄົມຊາວຫວຽດນາມຢູ່ຫລາຍປະເທດຕ້ອນຮັບປີໃໝ່ປະຈຳຊາດປີວອກ

ປະຊາຄົມຊາວຫວຽດນາມຢູ່ຫລາຍປະເທດຕ້ອນຮັບປີໃໝ່ປະຈຳຊາດປີວອກ - ảnh 1
(ຊາວ ຫວຽດນາມ ຢູ່ ໂຮນລັງ ສະແດງສິລະປະ)

(vovworld) - ​ສະຖານທູດ ຫວຽດນາມ ປະຈຳ La Hay ​ປະ​ເທດ ໂຮ​ນລັງ ຫາ​ກໍ່​ຈັດ​ງານ​ຕ້ອນຮັບ​ປີ​ໃໝ່​ປະຈຳ​ຊາດ​ປີວ​ອກ 2016 ຢ່າງ​ມີ​ຄວາມ​ເບີກບານ​ມ່ວນ​ຊື່ນ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ປະຊາຊົນ​ຊາວ ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ, ນັກ​ຮຽນ​, ນັກ​ສຶກສາທີ່ພວມຮ່ຳຮຽນ ​ແລະ ​ເຮັດ​ວຽກ​ຢູ່ ​ໂຮ​ນລັງປະມານ 600 ຄົນ ​ແລະ​ພ້ອມ​ກັບ​ເພື່ອນ​ມິດ ​ໂຮ​ນລັງ ທີ່​ສະໜິດ​ຕິດ​ພັນ ກັບ ຫວຽດນາມ ຈຳນວນ​ໜຶ່ງ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ ຫງວຽນ​ວັນ​ດ່ວານ ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ​ໂຮ​ນລັງ ຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ຂອງ​ພໍ່​ແມ່​ປະຊາຊົນ​ຊາວ ຫວຽດນາມ ​ອາ​ໄສ​ຢູ່ ​ໂຮ​ນລັງ ທີ່​ມີ​ຕໍ່ການ​ພັດ​ທະນາ​ເສດຖະກິດ - ສັງຄົມ​ຂອງ​ປະ​ເທດ ​ໂຮ​ນລັງ ກໍ່​ຄື​ມີ​ຕໍ່​ພາລະກິດ​ສ້າງສາ ​ແລະ ພັດທະນາ​ບ້ານ​ເກີດ​ເມືອງ​ນອນ, ປະກອບສ່ວນ​ເພີ່ີມທະວີ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ ຫວຽດນາມ ​ແລະ ​ໂຮ​ນລັງ.

        ສະຖານທູດ ຫວຽດນາມ ປະຈຳ​ສະຫະພັນ ​ເມັ​ກຊິກ​ໂກ ກໍ​​ໄດ້ຈັດ​ພິທີ​ຕ້ອນຮັບ​ບຸນ​ເຕັດ​ປີວ​ອກ 2016 ​ແລະ ອວຍພອນ​ກອງ​ປະຊຸມ​ໃຫຍ່​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ, ສົມ​ທົບ​ກັບ​ບັນດາ​ການ​ເຄື່ອນ​ໄຫວ​ໂຄສະນາ​ດ້ານ​ອາຫານ​ການ​ກິນ, ງານວາງສະ​ແດງ​ຮູບ​ພາບ​ກ່ຽວ​ກັບປະ​ເທດຊາດ ​ແລະ ຊາວ ຫວຽດນາມ. ທີ່​ພິທີ, ທ່ານ​ນາງ ​ເລ​ລີງ​ລານ ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ​ເມັກ​ຊິກ​ໂກ ​ໄດ້ຫວນ​ຄືນ​ບັນດາ​ຜົນງານ​ຍິ່ງ​ໃຫຍ່​ຂອງ ຫວຽດນາມ ​ໃນວິວັດ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ພາກ​ພື້ນ ​ແລະ ສາກົນ, ພິ​ເສດ​ແມ່ນ​ໄດ້​ເນັ້ນ​ໜັກ​​ເຖິງ: ລະດັບ​ເຕີບ​ໂຕ GDP ຂອງ ຫວຽດນາມ ບັນລຸ​ເກືອບ 6,7%, ​ເຊິ່ງ​ແມ່ນລະດັບ​​ສູງ​ສຸດ​ໃນຮອບ 5 ປີຜ່ານມາ ​ໂດຍ​ບໍ່​ຫົວຊາ​ຕໍ່ບັນດາ​ຄວາມ​ຫຍຸ້ງຍາກ​ຂອງ​ເສດຖະກິດ​ໃນ​​ທົ່ວ​ໂລກ.

        ວັນ​ທີ 26/01, ສະຖານທູດ ຫວຽດນາມ ປະຈຳ ສາທາລະນະ​ລັດ ສະຫະພັນ ​ເຢຍລະ​ມັນ ​ໄດ້ສົມທົບ​ກັບ​ກົມ​ຮ່ວມ​ມື​ສາກົນຂຶ້ນ​ກັບ​ກະຊວງ​ວັດທະນະທຳ​, ກິລາ ​ແລະ ທ່ອງ​ທ່ຽວ ​ແລະ ​ໂຮງ​ລະຄອນ ໄວ​ໜຸ່ມ ຈັດຕັ້ງ​ລາຍ​ການສະ​ແດງ​ສິລະ​ປະ​ ​ເພື່ອ​ຕ້ອນຮັບ​ບຸນປີ​ໃໝ່​ປະຈຳ​ຊາດ​ປີວ​ອກ ​ແລະ ຮັບ​ໃຊ້​​ໃຫ້ປະຊາຊົນ​ຊາວ ຫວຽດນາມ ອາ​ໄສ​ຢູ່​ເຢຍລະ​ມັນ.

ຂ່າວ/ບົດ​ອື່ນ