ປະຊາຄົມຊາວຫວຽດນາມອາໄສຢູ່ກູບາຕ້ອນຮັບປີໃໝ່ 2017

ປະຊາຄົມຊາວຫວຽດນາມອາໄສຢູ່ກູບາຕ້ອນຮັບປີໃໝ່ 2017 - ảnh 1
(ພາບ​ປະ​ກອບ: vietnamplus.vn)

(vovworld) - ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ​ກູ​ບາ ຫາກໍ່​ຈັດ​ພິ​ທີ​ຕ້ອນ​ຮັບ​ປີ​ໃໝ່​ປະ​ຊາ​ຄົມ ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່ 2017, ດ້ວຍກ​ານ​ເຂົ້າ​ຮ່ວມ​ຂອງ​ພະ​ນັກ​ງານ, ພາ​ລະ​ກອນ​ອົງ​ການ​ຕາງ​ໜ້າ, ຜູ້​ຕາງ​ໜ້າ​ວິ​ສາ​ຫະ​ກິດ​ຫວຽດ​ນາມ, ນັກ​ຮຽນ, ນັກ​ສຶກ​ສາ​ ແລະ ບັນ​ດາ​ຄອບ​ຄົວ​ຊາວ​ຫວຽດ​ນາມ ທີ່​ພວມ​ດຳ​ລົງ​ຊີ​ວິດ, ຮ່ຳ​ຮຽນ, ທຳ​ມາ​ຫາ​ກິນຢູ່​ກູ​ບາ ເປັນ​ຈຳ​ນວ​ນ​ຫຼາຍ. ກ່າວ​ຄຳ​ເຫັນ​ທີ່​ການ​ພົ​ບ​ປະ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ​ກູ​ບາ ເຢືອງ​ມິງ ໄດ້​ທົບ​ທວນ​ຄືນ​ບັນ​ດາ​ເຫດ​ການ​ພົ້ນ​ເດັ່ນ​ຢູ່​ພາຍ​ໃນ​ປະ​ເທດ, ຢູ່​ກູ​ບາ ແລະ ​ໂລກໃນ​ປີ 2016, ກ​ໍ​ຄື​ບັນ​ດາ​ການ​ເຄື່ອນ​ໄຫວ​ໃຫຍ່​ໃນ​ການ​ພົວ​ພັນ 2 ຝ່າຍ​ລະ​ຫວ່າງ​ຫວຽດ​ນາມ ແລະ ກູ​ບາ. ເນື່ອງ​ໃນ​ໂອ​ກາດນີ້, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເຢືອງ​ມິງ ໄດ້​ມອບ​ໃບ​ຍ້ອງຍ​ໍ​ ແລະ ຂອງ​ຂວັນ​ໃຫ້​ບັນ​ດາ​ນັກ​ສຶກ​ສາ​ຫວຽດ​ນາມ ທີ່​​ມີຜົນ​ງານ​ດີ​ເດັ່ນ​ໃນ​ການ​ຮ່ຳ​ຮຽນ ແລະ ການເຄື່ອນ​ໄຫວ​ຊາວ​ໜຸ່ມ​ອາ​ຍຸ​ການ 2015 – 2016.

ຂ່າວ/ບົດ​ອື່ນ