ປະຊາຄົມຊາວຫວຽດນາມອາໄສຢູ່ຕ່າງປະເທດຄັດຄ້ານຈີນຕັ້ງຮ້ານເຈາະນ້ຳມັນທີ່ຜິດກົດໝາຍໃນເຂດທະເລຂອງຫວຽດນາມ

ປະຊາຄົມຊາວຫວຽດນາມອາໄສຢູ່ຕ່າງປະເທດຄັດຄ້ານຈີນຕັ້ງຮ້ານເຈາະນ້ຳມັນທີ່ຜິດກົດໝາຍໃນເຂດທະເລຂອງຫວຽດນາມ - ảnh 1
(ພາບປະກອບ)
(vovworld)–ວັນ​ທີ 29/5, ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່ກູ​ບາ ​ໄດ້​ຈັດ​ງານ​ຊຸມນຸມ​ມິດ​ຕິງ ຄັດຄ້ານ​ເລື່ອງຈີນຕັ້ງຮ້ານເຈາະນ້ຳມັນ​ໄຮ​ຢາງ 981 ຢ່າງຜິດ ກົດໝາຍໃນເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫ່ລທະ​ຫວີ​ບຂອງຫວຽດນາມ. ທ່ານ​ມາຍ​ຖາວ, ປະທານ​ສະມາຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່ກູ​ບາ ​ໄດ້ຮຽກຮ້ອງ​ໃຫ້​ຈີນ ຈົ່ງ​ຢຸດຕິ​ບັນດາ​ການ​ກະທຳ​ເກາະ​ຜິດ, ຖອນຮ້ານເຈາະນ້ຳມັນ ​ແລະ ກຳ​ປັ່ນ​ປ້ອງ​ກັນ​ອອກ​ຈາກ​ເຂດເສດຖະກິດ​ຈຳ​ເພາະ ​ແລະ ​ໄຫ່ລທະ​ຫວີ​ບຂອງຫວຽດນາມ ​ໂດຍ​ໄວ. ​ໃນ​ໂອກາດ​ນີ້, ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່ກູ​ບາ ​ໄດ້​ປຸກລະດົມ​ການ​ບໍລິຈາ​ກສະ​ຫນັບ​ສະ​ໜູນ​ຕຳຫຼວດ​ທະ​ເລ ​ແລະ ອົງການ​ກວດກາ​ການ​ປະມົງ.  
  ກ່ອນ​ໜ້ໜ້ານັ້ນຄື​ໃນ
ວັນ​ທີ 27/05, ມີ​ນັກ​ສຶກສາ ​ແລະ ຊາວ​ຫວຽດນາມ​ ພວມ​ດຳລົງ​ຊີວິດ, ​ເຮັດ​ວຽກ ​ແລະ ຮໍ່າຮຽນ​ຢູ່​ນະຄອນ Barcelona ​ເກືອບ 50 ຄົນ ​ໄດ້​ເຕົ້າ​ໂຮມກັນ​ຢູ່​ສະໜາມ​ຫຼວງ Cataluna ທີ່​ໃຈກາງ​ນະຄອນ ​ເພື່ອ​ສະ​ແດງ​ຄວາ​ມບໍ່ພໍ​ໃຈ​ຕໍ່​ການ​ກະທຳ​ຂອງ​ຈີນ ທີ່​ລະ​ເມີດ​ອະທິປະ​​ໄຕ, ສິດ​ອະທິປະ​ໄຕ ​ແລະ ສິດ​ອຳນາດ​ສານຂອງ​ຫວຽດນາມ, ຫຼັງ​ຈາກ​ນັ້ນ, ບັນດາ​ຜູ້​ມີໜ້າ​ຢູ່​ສະໜາມ​ຫຼວງ​ໄດ້​ລົງ​ນາມ​ໃນ​ຈົດໝາຍຝາກ​ເຖິງສະຖານທູດ​ຈີນ​ປະຈຳ Madrid ​ແລະ ກົງ​ສູນ​ໃຫຍ່​ຈີນ ປະຈຳ Barcelona, ຮຽກຮ້ອງ​ຈີນ​ຖອນ​ຮ້ານ​ເຈາະນຳ້ມັນ​ໄຮ​ຢາງ 981 ​ແລະ ບັນດາ​ກຳ່​ປັ່ນ​ປ້ອງ​ກັນ​ອອກ​ຈາກ​ທະ​ເລ​ຂອງ​ຫວຽດນາມ, ​ເຄົາລົບ​ອະທິປະ​ໄຕ, ສິດ​ອະທິປະ​ໄຕ ​ແລະ ສິດ​ອຳນາດ​ສານຂອງ​ຫວຽດນາມຢູ່​ທະ​ເລ​ຕາ​ເວັນ​ອອກ, ກໍ່​ຄື​ເຄົາລົບ​ກົດໝາຍ​ສາກົນ, ພິ​ເສດ​ແມ່ນ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ.
ຂ່າວ/ບົດ​ອື່ນ