ປະຊາຄົມຊາວຫວຽດນາມອາໄສຢູ່ຕ່າງປະເທດຕ້ອນຮັບບຸນເຕັດຫວຽດນາມ

(VOVWORLD) -ເມື່ອລະດູບານໃໝ່ວຽນມາໃນແຕ່ລະຄັ້ງ, ຊາວຫວຽດນາມຢູ່ທຸກໆແຫ່ງໃນໂລກ ພັດຄິດຮອດຄິດເຖິງບ້ານເກີດເມືອງນອນ, ຄອບຄົວ, ຫມູ່ເພື່ອນ, ຍາດພີນ້ອງ, ພິເສດແມ່ນຄິດຮອດຄິດເຖິງ ບຸນເຕັດ

ໃນຊຸມມື້ນີ້, ຊາວຫວຽດນາມທີ່ພວມອາໄສຢູ່ທົ່ວປະເທດອາເມລິກາ ຕ່າງກໍພວມຫ້າງຫາກະກຽມຕ້ອນຮັບບຸນປີໃໝ່, ປີຈໍ.

ປະຊາຄົມຊາວຫວຽດນາມອາໄສຢູ່ຕ່າງປະເທດຕ້ອນຮັບບຸນເຕັດຫວຽດນາມ - ảnh 1

      ປີໃດກໍເຊັ່ນດຽວກັນ, ນາງ ຟຸ່ງທິຕວຽດ ຕ່າງກໍເຮັດອະນາໄມ, ປະດັບປະດາແທນບູຊາບັນພະບູລຸດ ແລະ ກະກຽມພາເຂົ້າເພື່ອໄຫວ້ບູຊາບັນພະບູລຸດ, ປູຍ່າຕາຍາຍ. ນາງ ຟຸ່ງທິຕວຽດ ເວົ້າຄວາມໃນໃຈສູ່ຟັງວ່າ :

     “ ການກະກຽມ, ເຮັດອະນາໄມ, ປະດັບປະດາແທນບູຊາເພື່ອຕ້ອນຮັບບຸນເຕັດນັ້ນ, ທີ 1 ແມ່ນເພື່ອສຶກສາໃຫ້ລູກຫຼານຕ້ອງຮູ້ບຸນຄຸນຕໍ່ບັນພະບູລຸດ, ທັງເປັນການບູຊາ ພາວະນາຂໍໃຫ້ມີຄວາມຢູ່ເຢັນເປັນສຸກ, ມີຄວາມໂຊກດີເມື່ອກ້າວເຂົ້າສູ່ປີໃໝ່. ເຮົາຈະຊື້ໄກ່, ຕົ້ມແກງໜໍ່ໄມ້, ແກງເສັ້ນລ້ອນໜໍ່ໄມ້, ແລະ ແຕ່ງພາເຂົ້າເພື່ອບູຊາໃນຈຸດເວລາສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ ”

        ເນື່ອງໃນໂອກາດບຸນເຕັດປີຈໍ 2018, ສະຖານທູດຫວຽດນາມປະຈຳ ຕານຊາເນັຍ ຫາກໍຈັດງານພົບປະສັງສັນລະດູບານໃໝ່ປີຈໍ 2018 ໂດຍມີການເຂົ້າຮ່ວມຂອງບັນດາພະນັກງານສະຖານທູດ, ບັນດາວິສາຫະກິດ ແລະ ປະຊາຄົມຊາວຫວຽດນາມອາໄສຢູ່ ຕານຊາເນຍ. 

ຕອບກັບ

ຂ່າວ/ບົດ​ອື່ນ