ປະຊາຄົມຊາວຫວຽດນາມອາໄສຢູ່ຕ່າງປະເທດປະກອບເງິນສະໜັບສະໜູນກຳລັງຕຳຫຼວດທະເລແລະກວດກາການປະມົງ

ປະຊາຄົມຊາວຫວຽດນາມອາໄສຢູ່ຕ່າງປະເທດປະກອບເງິນສະໜັບສະໜູນກຳລັງຕຳຫຼວດທະເລແລະກວດກາການປະມົງ - ảnh 1
ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດປະກອບເງິນສະໜັບສະໜູນຕຳຫຼວດທະເລ ແລະ ກຳລັງກວດກາການປະມົງ ຫວຽດນາມ
(ພາບປະກອບ)

(vovworld) – ​ຕໍ່ໜ້າ​ເລື່ອງ ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ ​ໄຮ​ຢາງ 981 ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ ຫວຽດນາມ, ຄະນະ​ບໍລິຫານ​ງານ​ສະມາຄົມ​ຊາວ ຫວຽດນາມ ຢູ່​ອັງ​ໂກລາ ຫາ​ກໍ່​ຈັດ​ຕັ້ງ​ງານ​​ໂຮມຊຸມນຸມ​​ເພື່ອ​ຄັດຄ້ານ​ບັນດາ​ການ​ກະທຳ​ລະ​ເມີດ​ກົດໝາຍ​ສາກົນ​ຂອງ ຝ່າຍ ຈີນ, ສະ​ແດງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ກັບ​ການ​ແກ້​ໄຂ​ຂອງ​ການ​ນຳ​ພັກ ​ແລະ ລັດ, ຕັດສິນ​ໃຈ​ສາມັກຄີ, ຮ່ວມ​ແຮງ​ຮ່ວມ​ໃຈ​ພ້ອມ​ກັບ​ກອງ​ທັບ ​ແລະ ປະຊາ​ຊົນ​ທົ່ວ​ປະ​ເທດ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ທີ່​ສັກກະ​ລະ​ບູຊາ​ຂອງ​ປ​ະ​ເທດ​ຊາດ.

    ​​ເນື່ອງ​ໃນ​ໂອກາດ​ນີ້, ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ອັງ​ໂກລາ ​ແລະ ຄະນະ​ບໍລິຫານ​ງານ​ສະມາຄົມ​ກໍ່​ໄດ້​ປຸກລະດົມ​ການ​ຂົນຂວາຍ “ຮ່ວມ​ແຮງ​ຮ່ວມ​ໃຈ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຢູ່​ທະ​ເລ​ຕາ​ເວັນ​ອອກ”. ຈຳນວນ​ເງິນ​ເຊິ່ງປະກອບ​ມາ​ໄດ້​ແມ່ນ 58.000 USD ​ແລະ ​ຈະ​ສົ່ງ​ເມືອ​ປະ​ເທດ​ເພື່ອ​ມອບ​ໃຫ້​ກຳລັງ​ຕຳຫຼວດທະ​ເລ ​ແລະ ກຳລັງ​ກວດກາ​ການ​ປະມົງ ຫວຽດນາມ.

    ​ໃນ​ຂະນະ​ນັ້ນ, ວັນ​ທີ 7/7, ຢູ່​ນະຄອນຫຼວງ Wellington ( ປະ​ເທດ ນິວຊີ​ແລ​ນ), ປະຊາ​ຄົມ​ຊາວ ຫວຽດນາມ ພວມ​ດຳລົງ​ຊີວິດ, ຮຳ່ຮຽນ​ຢູ່ ນິວຊີ​ແລ​ນ ກໍ່​ຈັດ​ຕັ້ງ​ການ​ແຫ່​ຂະ​ບວນຕໍ່ໜ້າ​ສະຖານທູດ ຈີນ, ຫຼັງ​ຈາກ​ນັ້ນ, ຂະ​ບວນຄົນ​ກໍ່​ເດີນ​ຂະ​ບວນລຽບ​ຕາມ​ຖະໜົນ​ຕົ້ນຕໍ່​ສາຍ​ຕ່າງໆ, ຍົກ​ປ້າຍ​ຄຳ​ຂວັນ​ດ້ວຍ​​ພາສາ​: ຫວຽດນາມ, ຈີນ ຮຽກຮ້ອງ​ໃຫ້ ຈີນ ຖອນ​ຮ້ານ​ເຈາະ​ນ້ຳມັນ ​ໄຮ​ຢາງ - 981 ອອກ​ຈາກ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​​ໄຫຼ່​ທະວີບ​ຂອງ ຫວຽດນາມ. ນີ້​ແມ່ນ​ຄັ້ງ​ທີ 2 ທີ່ປະຊາ​ຄົມ​ຊາວຫວຽດນາມ ຢູ່ ນິວຊີ​ແລນ ຈັດ​ຕັ້ງ​ການ​​ແຫ່​ຂະ​ບວນຄັ​ດຄ້ານການ​ກະທຳ​ຂອງ ຈີນ.

 

 


ຂ່າວ/ບົດ​ອື່ນ