ປະຊາຄົມຊາວຫວຽດນາມອາໄສຢູ່ມາເລເຊຍອວ່າຍໜ້າເມືອຫາບ້ານເກີດເມືອງນອນ

ປະຊາຄົມຊາວຫວຽດນາມອາໄສຢູ່ມາເລເຊຍອວ່າຍໜ້າເມືອຫາບ້ານເກີດເມືອງນອນ - ảnh 1
ທ່ານ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ​ຫວ​ຽດ​ນາມ ປະ​ຈຳ​ມາ​ເລ​ເຊຍ ຟ້າມ​ກາວ​ຟອງ
(ພາບ​: vietnam+)

(vovworld) - ​​​ວັນ​ທີ 10/04, ​ພໍ່​ແມ່ນປະ​ຊາ​ຊົນ​​​ປະ​ຊາ​ຄົມຊາວ​ຫວຽດ​ນາມ​ ອາ​ໄສ​ຢູ່ມາ​ເລ​ເຊຍ ໄດ້​ເຂ​ົ້າ​ຮ່ວມ​ການ​ໂອ້​ລົມ​ສົນ​ທະ​ນາ​ໂດຍ​ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ​ມາ​ເລ​ເຊຍ ຈັດ​ຕັ້ງກ່ຽວ​ກັບ​ສະ​ພາບ​ການ​ພາຍ​ໃນປະ​ເທດ ແລະ ​ທະ​ເລ​ຕາ​ເວັນ​ອອກ. ທ່ານ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ​ຫວ​ຽດ​ນາມ ປະ​ຈຳ​ມາ​ເລ​ເຊຍ ຟ້າມ​ກາວ​ຟອງ ໄດ້​ແຈ້ງ​ຂໍ້​ມູນ​ຂ່າວ​ໃຫ້​ພໍ​່ແມ່​ປະ​ຊາ​ຊົນ​​ຮັບ​ຊາບກ່ຽວ​ກັບ​ສະ​ພາບ​ການ​​ການເມືອງ, ເສ​ດຖະ​ກິດ, ສັງ​ຄົມ​ພົ້ນ​ເດັ່ນ​ພາຍ​ໃນ​ປະ​ເທດ. ໃນ​ນັ້ນ​ພົ້ນ​ເດັ່ນ​ທີ່​​ສຸດ​ແມ່ນ​ການ​ແຕ່ງ​ຕັ້ງ​ການ​ນຳ​​ຂັ້ນ​ສູງລຸ​້ນ​ໃໝ່​ທີ່​ດຳ​ເນີນ​ໄປ​ຢ່າງ​ດີ​ງາມ. ຄຽງ​ຂ້າງນັ້ນ​ແມ່ນ​ເສດ​ຖະ​ກິດ​ມະ​ຫາ​ພາກ​ໄດ້​ຮັບ​ການ​ຮັກ​ສາ​ເປັນ​ປົກ​ກະ​ຕິ, ເມື່ອ​ລະ​ດັບ​ການ​ເຕີບ​ໂຕ GDP ຂອງ​ຫວຽດ​ນາມ​ຍັງ ຢືນ​ຢູ່​ແຖວ​ໜ້າ​ເຂດ​ອາ​ຊີ​ຕາ​ເວັ​ນ​ອອກ​ສ່ຽງ​ໃຕ້. ທ່ານ ຈິ້ງ​ດຶກ​ຫາຍ, ຮອງ​ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ​ຊາຍ​ແດນ​ແຫ່ງ​ຊາດ ໄດ້​ສະ​ໜອງ​ຂໍ້​ມູນ​ຂ່າວ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​​ຮັບ​ຊາບກ່ຽວ​ກັບ​ບັນ​ດາ​ການ​ຜັນ​ແປ​ຫວ່າງມໍ່​ໆ​ມານີ້​ທີ່​ກ່ຽວ​ຂ້ອງ​ເຖິງ​ທະ​ເລ​ຕາ​ເວັນ​ອອກ. ທ່ານ ຈິ້ງ​ດຶກ​ຫາຍ ໃຫ້​ຮູ້​ວ່າ, ເຖິງ​ແມ່​ນວ່າ​ໃນ​ບໍ່​ວ່າ​ສະ​ພາບ​ການ​ໃດ​ກໍ່​ຕາ​ມ, ​ພັກ ແລະ ລັດ​ຫວຽດ​ນາມ ຍາມ​ໃດ​ກໍ່​ຢັ້ງ​ຢັນ, ເປັນ​ເອ​ກະ​ພາບ​ດ້ານ​ການ​ເມືອງ ແລະ ​ປົກ​ປັກ​ຮັກ​ສາຜືນ​ແ​ຜ່ນ​ດິນ​ອັບ​ຄົບ​ຖ້ວນ​ແມ່ນ​ສິ່ງ​ທີ່​ສັກ​ກະ​ລະ​ບູ​ຊາ​ທີ່​ສຸດ​.

        ພໍ່​ແມ່​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ມາ​ເລ​ເຊຍ ໄດ້​ສະ​ແດງ​ຄວາມ​ເອົາ​ໃຈ​ໃສ່ ກໍ​ຄື​ນ້ຳ​ໃຈ​ທີ່​ຍາວ​ໃດ​ກໍ​ອ​ວ່າຍ​ໜ້າ​ເມືອ​ຫາ​ບ້ານ​ເກີດ​ເມືອງນ​ອນ ແລະ ທະ​ເລ, ໝູ່​ເກາະ​ຂອງ​ປະ​ເທດ​ຊາດ. ພໍ່​ແມ່​ປະ​ຊາ​ຊົນ​ກໍ່​ສະ​ແດງ​ຄວາມ​ປາດ​ຖະ​ໜາ​ຢາກ​ສະ​ໜັບ​ສະ​ໜູນ​ປະ​ຊາ​ຊົນ ແລະ ນັກ​ຮົບ​ຢູ່​ຢູ່ເຂດ​ເກາະ​ແຫ່ງ​ຕ່າງ​ໆທີ່ພວມ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ ແລະ ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ຂອງ​ປະ​ເທດ​ນັບ​ທັງ​ວັນ ແລະ ຄືນ.

ຂ່າວ/ບົດ​ອື່ນ