ປະຊາຄົມຊາວຫວຽດນາມອາໄສຢູ່ສ.ສະຫະພັນເຢຍລະມັນຕ້ອນຮັບບຸນເຕັດປີລະກາ

ປະຊາຄົມຊາວຫວຽດນາມອາໄສຢູ່ສ.ສະຫະພັນເຢຍລະມັນຕ້ອນຮັບບຸນເຕັດປີລະກາ - ảnh 1
ທ່ານ ດ່​ວານ​ຊວນ​ຮືງ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ​ສ.ສະ​ຫະ​ພັນ​ເຢຍ​ລະ​ມັນ
(ພາບ: vietnamplus.vn)


(vovworld) - ສະ​ຖານ​ທູ​​ດຫວຽດ​ນາມ ປະ​ຈຳ​ສ.ສະ​ຫະ​ພັນ​ເຢຍ​ລະ​ມັນ ໄດ້​ສົມ​ທົບ​ກັບ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ເຢຍ​ລະ​ມັນ ຈັດ​ຕັ້ງ​ພິ​ທີ​ຕ້ອນ​ຮັບ​ບຸນ​ປີ​ໃໝ່ ດ້ວຍ​ຫົວ​ຂໍ້ “ບຸ​ນ​ເຕັດ​ແຫ່ງ​ຄວາມ​ຮັກແພງ” ຢູ່​ສູນ​ການ​ຄ້າ ດົ່ງ​ຊວນ, ນ​ະ​ຄອນ​ຫຼວງ Berlin. ເຂົ້າ​ຮ່ວມ​ລາຍ​ການ​ມີ​ທ່ານ ດ່​ວານ​ຊວນ​ຮືງ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ​ສ.ສະ​ຫະ​ພັນ​ເຢຍ​ລະ​ມັນ, ທ່ານ Siegfried Sommer, ປະ​ທານ​ສະ​ມາ​ຄົມ​ເຢຍ​ລະ​ມັນ - ຫວຽດ​ນາມ ແລະ ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ ​ທີ່ພວມ​ດຳ​ລົງ​ຊີ​ວິດ, ຮ່ຳ​ຮຽນ ແລະ ເຮັດ​ວຽກ​ຢູ່​ທົ່ວ​ປະ​ທດ​ເຢຍລະ​ມັນ ເປັນ​ຈຳ​ນວນ​ຫຼາຍ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ, ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ​ ດ່​ວານ​ຊວນ​ຮືງ, ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ລາຍ​ການ ໄດ້​ເນັ້ນ​ໜ​ັ​ກ​ເຖິງ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຊອງ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ເຢຍ​ລະ​ມັນ ເຂົ້າ​ໃນ​ພົນ​ງານ​ລວມ​ຂ​ອງ​ທົ່ວ​ທັງ​ຊາດ, ກໍ​ຄ​ື​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ທີ່ໜ້າ​ສົ່ງ​ເສີມ​ໃນ​ການ​ພົວ​ພັນ ແລະ ຮ່ວມ​ມື​ຫຼາຍ​ດ້ານ​ລະ​ຫວ່າງ 2 ປະ​ເທດ. ເນື່ອງ​ໃນ​ໂອ​ກາດນີ້, ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ​ເຢຍ​ລະ​ມັນ ໄດ້​ຕົກ​ລົງ​ມອບ​ໃບ​ຍ້ອງ​ຍໍ​ໃຫ້​ໝູ່​ຄະ​ນະ, ສ່ວນ​ບຸກ​ຄົນຂຶ້ນ​ກັບ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ເຢຍ​ລະ​ມັນ ທີ່​ມີ​ຜົນ​ງານ​ຫຼາຍ​ຢ່າງ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ເຄືຶ່ອນ​ໄຫວ​ຂອງ​ປະ​ຊາ​ຊົນ…

ຂ່າວ/ບົດ​ອື່ນ