ປະຊາຄົມຊາວຫວຽດນາມອາໄສຢູ່ໄທອວາຍໜ້າສູ່ໝູ່ເກາະທະເລຂອງບ້ານເກີດເມືອງນອນ

ປະຊາຄົມຊາວຫວຽດນາມອາໄສຢູ່ໄທອວາຍໜ້າສູ່ໝູ່ເກາະທະເລຂອງບ້ານເກີດເມືອງນອນ - ảnh 1
ຊາວ​ຫວຽດນາມ​ພວມ​ດຳລົງ​ຊີວິດ, ​ເຮັດ​ວຽກ ​ແລະ ຮ່ຳຮຽນ​ຢູ່​ໄທສະແດງຄວາມຮັກປະເທດຊາດ   

(vovworld)- ຕອນ​ເຊົ້າ​ວັນ​ທີ 7/6, ສະຖານທູດ​ຫວຽດນາມ​ປະຈຳ​ໄທ ​ໄດ້​ຈັດການ​ພົບ​ປະ​ສ້າງສັນ​ດ້ວຍ​ຫົວ​ຂ້ໍ “ ຊາວ​ຫວຽດນາມ​ພວມ​ດຳລົງ​ຊີວິດ, ​ເຮັດ​ວຽກ ​ແລະ ຮ່ຳຮຽນ​ຢູ່​ໄທອວາຍ​ໜ້າ​ສູ່​ໝູ່​ເກາະ​ທະ​ເລຂອງບ້ານ​ເກີດ​ເມືອງ​ນອນ” ມີ​ຜູ້​ແທນ 100 ຄົນ ​ໄດ້​ເຂົ້າ​ຮ່ວມ​ຊຶ່ງ​ແມ່ນ​ບັນດາ​ພະນັກງານ, ພາລະ​ກອນ​ສະຖານທູດ, ບັນດາ​ສຳນັກງານຕາງໜ້າ​ປະຈຳ​ໄທ, ຊາວ​ຫວຽດນາມ​ອາ​ໄສ​ຢູ່​ແຂວງ​ຕ່າງໆ​ຢູ່​ໄທ. ທີ່​ການ​ພົບ​ປະ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ຫງວຽນ​ເຕິ​ດ​ແທ່ງ ​ໄດ້​ແຈ້ງ​ໃຫ້​ຊາບ​ສະພາບ​ການ​ທີ່​ກ່ຽວຂ້ອງ​ເຖິງ​ເລື່ອງ​ຈີນ​ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ​ເຂົ້າ​ເຄື່ອນ​ໄຫວ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລ​ພ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ,​ບັນດາ​ມາດ​ຕະການ​​ເດັດ​ດຽວຕໍ່​ສູ້ຂອງ​ລັດຖະບານ ​ແລະ ກຳ​ລັງມີໜ້າ​ທີ່​ຮັບຜິດຊອບ​ຢູ່​ພາຍ​ໃນ​ປະ​ເທດ​ຕໍ່ໜ້າ​ການ​ກະທຳ​ຜິດ​ຂອງ​ຈີນ. ທ່ານ​ກ່າວ​ວັນ​ຊາ​ນປະ​ທານ​ສະມາຄົມ ຊາວ​ຫວຽດນາມ​ອາ​ໄສ​ຢູ່​ໄທ ​ໄດ້​ກ່າວ​ປະນາມ​ການ​ກະທຳ​ທີ່​ຜິດພາດ​ຂອງ​ຈີນ​ພ້ອມ​ທັງ​ຢືນຢັນ​ມູນ​ເຊື້ອ​ສາມັກຄີ, ຜູກ​ພັນ​ກັບ​ບ້ານ​ເກີດ​​ເມືອງ​ນອນ​ຂອງ ສະມາຄົມ ຊາວ​ຫວຽດນາມ​ອາ​ໄສ​ຢູ່​ໄທ. ທີ່​ການ​ພົບ​ປະ, ບັນດາ​ຜູ້​ແທນ​ໄດ້ ​ເລ້ຍລາຍ​ເງິນ​ໄດ້ 350.000 ບາດ ​ເທົ່າ​ກັບ 245 ລ້ານ​ດົງ​ເພື່ອ​ສະໜັບສະ​ໜູນ​ກອງທັບ ​ແລະ ປະຊາຊົນ​ຢູ່​ເມືອງ​ເກາະ​ຮ່ວາງ​ຊາ ​ແລະ ​ເຈືອງ​ຊາ .

ຂ່າວ/ບົດ​ອື່ນ