ປະຊາຄົມນັກທຸລະກິດຊາວ ຫວຽດນາມ ອາໄສຢູ່ ເອີລົບ ນັບມື້ນັບພັດທະນາ

(VOVWORLD) - ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເນັ້ນໜັກວ່າ: ດ້ວຍ 15 ສະມາຊິກ, 15 ປີແຫ່ງການສ້າງຕັ້ງ ແຕ່ສະຫະພັນບັນດາສະມາຄົມວິສາຫະກິດ ຫວຽດນາມ ຢູ່ເອີລົບໄດ້ຈັດຕັ້ງບັນດາເວທີປາໄສວິສາຫະກິດໄດ້ 12 ເທື່ອເຊິ່ງສະແດງໃຫ້ເຫັນການພັດທະນາຢ່າງໄວວ
ປະຊາຄົມນັກທຸລະກິດຊາວ ຫວຽດນາມ ອາໄສຢູ່ ເອີລົບ ນັບມື້ນັບພັດທະນາ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ມອບຂອງຂວັນທີ່ລະນຶກໃຫ້ບັນດານັກທຸລະກິດ

ໃນຂອບເຂດການຢ້ຽມຢາມ ຮູງກາຣີ ຢ່າງເປັນທາງການ, ຕອນຄ່ຳວັນທີ 26 ມິຖຸນາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ພົບປະກັບປະຊາຄົມນັກທຸລະກິດຊາວ ຫວຽດນາມ ອາໄສຢູ່ ເອີລົບ.

        ກ່າວຄຳເຫັນທີ່ການພົບປະ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເນັ້ນໜັກວ່າ: ດ້ວຍ 15 ສະມາຊິກ, 15 ປີແຫ່ງການສ້າງຕັ້ງ ແຕ່ສະຫະພັນບັນດາສະມາຄົມວິສາຫະກິດ ຫວຽດນາມ ຢູ່ເອີລົບໄດ້ຈັດຕັ້ງບັນດາເວທີປາໄສວິສາຫະກິດໄດ້ 12 ເທື່ອເຊິ່ງສະແດງໃຫ້ເຫັນການພັດທະນາຢ່າງໄວວາ, ຍືນຍົງຂອງປະຊາຄົມນັກທຸລະກິດຊາວ ຫວຽດນາມ ອາໄສຢູ່ ເອີລົບ. ທ່ານປະທານສະພາແຫ່ງຊາດ ມີຄວາມປິຕິຊົມຊື່ນເມື່ອເຫັນວ່າປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດນັບມື້ນັບຫຼາຍ, ຖັນແຖວວິສາຫະກິດ, ນັກທຸລະກິດກໍ່ນັບມື້ນັບພັດທະນາອັນໃຫຍ່ຫຼວງດ້ວຍຈຳນວນ 5,3 ລ້ານຄົນໃນ 130 ປະເທດ ແລະ ເຂດແຄ້ວນໃນທົ່ວໂລກ:

        “ການເຄື່ອນໄຫວຂອງວິສາຫະກິດຊາວ ຫວຽດນາມ ໃນໂລກເວົ້າລວມ, ຢູ່ເອີລົບ ເວົ້າສະເພາະບໍ່ພຽງແຕ່ໄດ້ປະກອບສ່ວນໃຫ້ແກ່ເສດຖະກິດປະເທດປະຈຳຖິ່ນເທົ່ານັ້ນ ຫາກຍັງແມ່ນຂົວເຊື່ອມຕໍ່ລະຫວ່າງເສດຖະກິດບັນດາປະເທດກັບ ຫວຽດນາມ ແລະ ກໍ່ປະກອບສ່ວນເຂົ້າໃນເສດຖະກິດພາຍໃນປະເທດທັງໂດຍກົງ ແລະ ທາງອ້ອມອີກດ້ວຍ. ປີ 2021 ແມ່ນປີທີ່ໂຄວິດ - 19 ລະບາດຢ່າງຮ້າຍແຮງ, ແຕ່ຕາມຕົວເລກສະຖິຕິຂອງ IMF ແລ້ວ, ກໍ່ມີຈຳນວນເງິນຕາຕ່າງປະເທດທີ່ໄດ້ສົ່ງກັບມາ ຫວຽດນາມ ປະມານ 18,1 ຕື້ USD, ໃນຈຳນວນດັ່ງກ່າວ ສ່ວນໃຫຍ່ແມ່ນລາຍຮັບຂອງບັນດານັກທຸລະກິດຊາວ ຫວຽດນາມ ໃນທົ່ວໂລກຝາກມາໂດຍກົງ”

ຕອບກັບ

ຂ່າວ/ບົດ​ອື່ນ