ປະຊາຄົມນັກທຸລະກິດປະກອບສ່ວນພ້ອມກັບພັກ,ລັດຮັບປະກັນຊີວິດສັງຄົມ

ປະຊາຄົມນັກທຸລະກິດປະກອບສ່ວນພ້ອມກັບພັກ,ລັດຮັບປະກັນຊີວິດສັງຄົມ - ảnh 1
​ພິ​ທີ​ສະ​ເຫລີມ​ສະ​ຫລອງ ວັນ​ນັກ​ທຸ​ລະ​ກິດ​ຫວຽດ​ນາມ 
ພາບ:baomoi.com

(vovworld)-  ​ປະ​ຊາ​ຄົມ​ນັກ​ທຸ​ລະ​ກິດ​ໄດ້​ປະ​ກອບ​ສ່ວນບໍ່​ແມ່ນ​ຫນ້ອຍ​ພ້ອມ​ກັບ​ພັກ, ລັດ ໃນ​ການ​ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ, ຈຳ​ກັດ​ໄພ​ເງິນ​ເຟີ້ ແລະ ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ. ນັ້ນ​ແມ່​ນ​ຄຳ​ຢືນ​ຢັນ​ຂອງ​ທ່ານ​ນາງ ດັ້ງ​ທິ​ງອກ​ທີ້ງ, ຮອງ​ປະ​ທານ​ປະ​ເທດ ທີ່​ພິ​ທີ​ສະ​ເຫລີມ​ສະ​ຫລອງ ວັນ​ນັກ​ທຸ​ລະ​ກິດ​ຫວຽດ​ນາມ (13/10) ແລະ ເຊີດ​ຊູ ນັກ​ທຸ​ລະ​ກິດ​ດີ​ເດັ່ນ 10 ຄົນ​ຢູ່​ເຂດ​ແຄມ​ທະ​ເລ​ພາກ​ເຫນືອ​ປີ 2016 ໂດຍ​ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ຫວຽດ​ນາມ ຈັດ​ຕັ້ງ​ໃນ​ຕອນ​ຄ່ຳ​ວັນ​ທີ 7/10 ຢູ່ ນະ​ຄອນ ຫາຍ​ຟ່ອງ. ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ສະ​ເຫນີ ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖີ່ນ, ຫ້ອງ​ການ​ການ​ຄ້າ​ອຸດ​ສາ​ຫະ​ກຳ​ຫວຽດ​ນາມ ສ້າງ​ເງື່ອນ​ໄຂ​ສະ​ດວກ​ທີ່​ສຸດ​ກ່ຽວ​ກັບ​ທຸກ​ດ້ານ​ເພື່ອ​ໃຫ້​ປະ​ຊາ​ຄົມ​ນັກ​ທຸ​ລະ​ກິດ​ຫວຽດ​ນາມ ພັດ​ທະ​ນາ​ຢ່າງ​ແຮງ​ນັ​ບ​ທັງ​ປະ​ລິ​ມານ ແລະ ຄຸນ​ນະ​ພາບ​ຢ່າງ​ໝັ້​ນ​ຄົງ, ຮັບ​ປະ​ກັນ​ການ​ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ​ແກ້ງ​ແຍ້ງ​ຢ່າງ​ສ​ະ​ເຫມີ​ພາບ​ຕາມ​ທິດ​ໂປ່ງ​ໃສ ແລະ ສະ​ດວກກວ່າ​ໃຫ້​ແກ່​ວິ​ສາ​ຫະ​ກິດ.

ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ກໍ​ຕີ​ລາ​ຄາ​ສູງ​ການ​ປະ​ກອບ​ສ່ວນ​ຂອງ​ປະ​ຊາ​ຄົມ​ນັກ​ທຸ​ລະ​ກິດ​ຫວຽດ​ນາມ​ໃນ​ການ​ເຕີບ​ໂຕ GDP ຂອງ​ປະ​ເທດ​ຊາດ. 


ຕອບກັບ

ຂ່າວ/ບົດ​ອື່ນ