ປະຊາຄົມວິສາຫະກິດ ສ. ເກົາຫຼີ ສືບຕໍ່ເປີດກວ້າງການລົງທຶນຢູ່ ຫວຽດນາມ

(VOVWORLD) - ໃນຂອບເຂດການຢ້ຽມຢາມ ສ. ເກົາຫຼີ ຕາມຄຳເຊີນຂອງລັດຖະບານ ສ. ເກົາຫຼີ, ວັນທີ 4 ທັນວາ, 

ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸ໊ງ ໄດ້ໃຫ້ການຕ້ອນຮັບປະທານກອງທຶນຮ່ວມມືພັດທະນາເສດຖະກິດ ສ. ເກົາຫຼີ (EDCF), ປະທານສະມາຄົມມິດຕະພາບ ສ. ເກົາຫຼີ - ຫວຽດນາມ (KOVIFA) ແລະ ປະທານ, ຮອງປະທານບາງກຸ່ມບໍລິສັດເສດຖະກິດໃຫຍ່ຂອງ ສ. ເກົາຫຼີ ຄື: Huyndai Motor, Lotte, CJ, Hyosung,GS.

        ທີ່ການຕ້ອນຮັບປະທານກອງທຶນ EDCF, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸ໊ງ ສະເໜີໃຫ້ສອງຝ່າຍສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບ້ວງເງິນໜູນຊ່ວຍການພັດທະນາ 1,5 ຕື້ USD ໃນໄລຍະ 2016 -2020 ຢ່າງມີປະສິດທິຜົນ. ທ່ານປະທານກອງທຶນ EDCF ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ, ນອກຈາກເລື່ອງສົມທົບກັນຜັນຂະຫຍາຍບັນດາໂຄງການ ODA ແລ້ວ, ກອງທຶນຈະຊຸກຍູ້ການໜູນຊ່ວຍບັນດາບ້ວງສິນເຊື່ອບູລິມະສິດໃຫ້ແກ່ບັນດາວິສາຫະກິດ ຫວຽດນາມ ແລະ ສ. ເກົາຫຼີ ເພື່ອປະຕິບັດບັນດາໂຄງການຄູ່ຮ່ວມມືພາກລັດ - ພາກເອກະຊົນ ຢູ່ ຫວຽດນາມ.

        ທີ່ການຕ້ອນຮັບທ່ານ Choi Young Joo, ປະທານສະມາຄົມມິດຕະພາບ ສ. ເກົາຫຼີ - ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸ໊ງ ສະເໜີທ່ານປະທານສະມາຄົມ, ພ້ອມທັງເປັນນັກທຸລະກິດທີ່ປະສົບຜົນສຳເລັດຢູ່ ຫວຽດນາມ, ສົ່ງເສີມບັນດາວິສາຫະກິດ ສ. ເກົາຫຼີ ເປີດກວ້າງການເຄື່ອນໄຫວ, ຊອກຮູ້ກາລະໂອກາດລົງທຶນເຂົ້າໃນຂະແໜງກະສິກຳ ແລະ ບັນດາຂົງເຂດໃໝ່ທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ; ສະເໜີສະມາຄົມສືບຕໍ່ເອົາໃຈໃສ່, ໜູນຊ່ວຍປະຊາຄົມຊາວ ຫວຽດນາມ ທີ່ອາໄສຢູ່ ສ. ເກົາຫຼີ.

        ທີ່ການຕ້ອນຮັບການນຳບັນດາວິສາຫະກິດ ສ. ເກົາຫຼີ, ທ່ານຮອງນາຍົກລັດຖະມັນຕີ ຈິ້ງດິ່ງຢຸ໊ງ ຢັ້ງຢືນວ່າ ລັດຖະບານ ຫວຽດນາມ ຈະສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ສ້າງເງື່ອນໄຂສະດວກໃຫ້ບັນດານັກລົງທຶນຕ່າງປະເທດ, ໃນນັ້ນ ມີ ສ. ເກົາຫຼີ. ບັນດາວິສາຫະກິດ ສ. ເກົາຫຼີ ກໍຢັ້ງຢືນວ່າ ຈະສືບຕໍ່ເປີດກວ້າງການລົງທຶນຢູ່ ຫວຽດນາມ ໃນບັນດາຂົງເຂດພັດທະນາພື້ນຖານໂຄງລ່າງ, ການບໍລິການພາລາທິການ, ອຸດສາຫະກຳປຸງແຕ່ງ, ລົດໂອໂຕ…

ຕອບກັບ

ຂ່າວ/ບົດ​ອື່ນ