ປະຊາຄົມວິສາຫະກິດຂະຫນາດກາງແລະນ້ອຍປາດຖະຫນາວ່າກົດໝາຍວ່າດ້ວຍການຫນູນຊ່ວຍຈະໄດ້ນຳເຂົ້າປະຕິບັດຕົວຈິງໂດຍໄວ

ປະຊາຄົມວິສາຫະກິດຂະຫນາດກາງແລະນ້ອຍປາດຖະຫນາວ່າກົດໝາຍວ່າດ້ວຍການຫນູນຊ່ວຍຈະໄດ້ນຳເຂົ້າປະຕິບັດຕົວຈິງໂດຍໄວ - ảnh 1
ພາບ​ປະ​ກອບ:internet

(vovworld)-​ ວັນ​ທີ 29/10, ຢູ່ ຮ່​າ​ໂນ້ຍ, ສະ​ຫະ​ສະ​​ມາ​ຄົມ​ວິ​ສາ​ຫະ​ກິ​ດ​ຂະ​ຫນາດ​ກາງ ແລະ ນ້ອຍ ຫວຽດ​ນາມ ຈັດ​ຕັ້ງ​ກອງ​ປະ​ຊຸມ​ທາບ​ທາມ​ຄຳ​ເຫັນ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ກ່ຽວ​ກັບ​ຮ່າງ​ກົດ​ໝາຍ​ຫນູນ​ຊ່ວຍ​ວິ​ສາ​ຫະ​ກິດ​ຂະ​ຫນາດ​ກາງ ແລະ ນ້ອຍ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ດ​ຣ ຫງວຽນ​ວັນ​ເທີນ, ປະ​ທານ​ສະ​ຫ​ະ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ຂະ​ຫນາດ​ກາງ ແລະ ນ້ອຍ ຫວຽດ​ນາມ ໃຫ້​ຮູ້​ວ່າ: ປະ​ຈຸ​ບັນ ວິ​ສາ​ຫະ​ກິດ​ຂະ​ຫນາດ​ກາງ ແລະ ນ້ອຍ ກວມ​ເອົາ​ອັດ​ຕາ​ສ່ວນ​ໃຫຍ່ ແລະ ສ່ວນ​ຫລາຍ​ໃນ​ພື້ນ​ຖານ​ເສດ​ຖະ​ກິດ ແລະ ສວມ​ບົດ​ບາດ​ສຳ​ຄັນ, ເປັນ​ຕົ້ນ​ແມ່ນ​ສ້າງວຽກ​ເຮັດ​ງານ​ທຳ, ເພີ່ມ​ລາຍ​ຮັບ​ໃຫ້​ແກ່​ຄົນ​ງານ, ຊ່ວຍ​ລະ​ດົມ​ບັນ​ດາ​ແຫລ່ງ​ກຳ​ລັງ​ໃນ​ສັງ​ຄົມ​ເພື່ອ​ການ​ລົງ​ທຶນ​ພັດ​ທະ​ນາ, ລົບ​ລ້າງ​ຄວາມ​ອຶດ​ຫິວ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ. ແຕ່​ລະ​ປີ, ວິ​ສາ​ຫະ​ກິ​ດ​ຂະ​ຫນາດ​ກາງ ແລະ ນ້ອຍ ໄດ້​ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຄົນ​ງານ ກວ່າ 500.000 ຄົນ, ນຳ​ໃຊ້​ເຖິງ 51% ຈຳ​ນວນ​ຄົນ​ງານ​ໃນ​ສັງ​ຄົມ ແລະ ປະ​ກອບ​ສ່ວນ​ໃຫ້​ແກ່ GDP ກວ່າ 40%.


ຕອບກັບ

ຂ່າວ/ບົດ​ອື່ນ