ປະຊາຄົມວິສາຫະກິດມີຄວາມມຸ່ງຫວັງກ່ຽວກັບການປ່ຽນໃໝ່ໃນຂົງເຂດທະນາຄານ-ການເງິນ

ປະຊາຄົມວິສາຫະກິດມີຄວາມມຸ່ງຫວັງກ່ຽວກັບການປ່ຽນໃໝ່ໃນຂົງເຂດທະນາຄານ-ການເງິນ - ảnh 1
ສຳນັກງານທະນາຄານສູນກາງ
(ພາບປະກອບ)

(vovworld) –  ປະຊາ​ຄົມວິ​ສະຫະ​ກິດ ​ແລະ ບັນດາ​ນັກຊ່ຽວຊານ​ເສ​ດຖະກິດ​ມີ​ຄວາມ​ມຸ່ງ​ຫວັງຕໍ່​ລັດຖະມົນຕີ​ຮັບຜິດຊອບ​ຂະ​ແໜງ​ການ​ເງິນ - ທະນາຄານ​ໃນອາ​ຍຸ​ການ​ໃໝ່​ຈະ​ມີ​ບັນດາ​ການ​ປ່ຽນ​ໃໝ່​ໃນ​ການ​ຄຸ້ມ​ຄອງ, ບໍລິຫານ. ພ້ອມ​ທັງ​ຈະ​ມີ​ບັນດາ​ລັດຖະນະ​ໂຍບາຍ​ໜູນ​ຊ່ວຍ​ທີ​່​ແທ​ດຈິງ​ໃຫ້​ແກ່​ວິ​ສາ​ຫະກິ​ດພັດທະນາ​ແບບ​ຍືນ​ຍົງ. ຕາມ​ວິ​ສາ​ຫະກິດຫຼາຍ​ແຫ່ງ​ແລ້ວ, ໜຶ່ງ​ໃນ​ບັນດາ​ຄວາມ​ຫຍຸ້ງຍາກ​ໃນ​ປະຈຸ​ບັນ​ແມ່ນ ດອກ​ເບ້ຍ​ຈາກ​ທະນາຄານ​ສູງ, ລະບຽບ​ການ​ບໍລິຫານ, ກົນ​ໄກ, ນະ​ໂຍບາຍ​ກ່ຽວ​ກັບ​ພາສີ, ອາກອນ​ຍັງ​ຄົງ​ຄ້າງ​ຫຼາຍບັນຫາ​. ປະຊາ​ຄົມ​ວິ​ສາ​ຫະກິດ​ມີ​ຄວາມ​ມຸ່ງ​ຫວັງຕໍ່​ລັດຖະ​ມົນຕີ​ວ່າການ​ກະຊວງ​ການ​ເງິນ ​ແລະ ຜູ້​ວ່າການ​ທະນາຄານ​ໃນ​ອາຍຸ​ການ​ໃໝ່​ຈະ​ມີ​ການ​ປ່ຽນ​ໃໝ່​ໃນ​ຈິນຕະນາການ​ບໍລິຫານ, ຄຸ້ມ​ຄອງ, ຍົກ​ອອກ​ບັນດາ​ນະ​ໂຍບາຍ​​​ແທດ​ຈິງ ພ້ອມ​ທັງ​ຮ່ວມ​​ເດີນທາ​ງພ້ອມ​ກັບການ​ພັດທະນາຂອງ​ວິ​ສາ​ຫະກິດ. ທ່ານ ​ໂຕ໋ງກວາງ​ຮູ​ຍ, ຜູ້ອຳນວຍການ​ບໍລິສັດ​ເຈ້ຍ ຫາຍ​ຕ໋ຽນ, ​ແບ່ງປັນ​ວ່າ:

        “ບັນດາ​ວິ​ສາ​ຫະກິດ​ຫວັງ​ວ່າ: ລະບົບ​ທະນາຄານ​ຈະ​ໂປ່​ງ​ໃສ​ກ່ວາ ​ແລະ ຕອບ​ສະໜອງ​ຄຳ​ຮຽກຮ້ອງ​ຕ້ອງການ​ຂອງ​ວິ​ສາ​ຫະກິດ​ຢ່າງ​ທັນ​ການ. ນະ​ໂຍບາຍ​ພາສີ​ອາກອນໄດ້​ຮັບ​ການ​ປັບປຸງ​ເປັນ​ຢ່າງ​ດີ. ອາກອນ​ລາຍ​ຮັບ​ຂອງ​ວິ​ສາ​ຫະກິດ​ແຕ່ 20 – 25% ຫວັງ​ວ່າ​ຈະ​ໄດ້​ຫລຸດ​ລົງກ່ວາ​ອີກ​ເພື່ອ​ໃຫ້​ວິ​ສາ​ຫະກິດ​ມີ​ລາຍ​ຮັບ​ຫຼາຍ​ກ່ວາ​ເພື່ອ​ລົງທຶນ​ຕໍ່.”


ຂ່າວ/ບົດ​ອື່ນ