ປະຊາ​ຄົມ​ສາກົນ ກ່າວ​ປະນາມ​​ເຫດວາງ​ລະ​ເບີດທີ່​ນອງ​ເລືອດ​ຢູ່ ​ໂຊ​ມາ​ລີ

(VOVWORLD) -ເຫດວາງລະເບີດທີ່ນອງເລືອດ ຢູ່ນະຄອນຫຼວງ Mogadishu ຂອງ ໂຊມາລີ ໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 79  ແລະ ອີກ 149 ຄົນຖືກຮັບບາດເຈັບ. 
ປະຊາ​ຄົມ​ສາກົນ ກ່າວ​ປະນາມ​​ເຫດວາງ​ລະ​ເບີດທີ່​ນອງ​ເລືອດ​ຢູ່ ​ໂຊ​ມາ​ລີ - ảnh 1ສະຖານທີ່ເກີດເຫດ (ພາບ: TTXVN) 

        ວັນທີ 28 ທັນວາ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ກ່າວປະນາມຢ່າງແຮງຕໍ່ເຫດວາງລະເບີດທີ່ນອງເລືອດ ຢູ່ປ້ອມກວດກາຄວາມສະຫງົບ ແລະ ເລັ່ງໃສ່ສູນເກັບພາສີທີ່ນະຄອນຫຼວງ Mogadishu ຂອງ ໂຊມາລີ ໃນຕອນເຊົ້າຂອງວັນດຽວກັນ ເຊິ່ງໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 79 ຄົນ ແລະ ອີກ 149 ຄົນຖືກຮັບບາດເຈັບ. ທ່ານກໍໄດ້ສະແດງຄວາມເສົ້າສະຫຼົດໃຈຢ່າງລົ້ນເຫຼືອຕໍ່ຄອບຄົວບັນດາຜູ້ປະສົບເຄາະຮ້າຍ, ພ້ອມທັງຫວັງວ່າ ຜູ້ຮັບບາດເຈັບຈະຫາຍຂຶ້ນໂດຍໄວ. ການນໍາ ສປຊ ເນັ້ນໜັກວ່າ ພວກທີ່ກໍ່ໂທດກໍາອັນໂຫດຮ້າຍນີ້ຂຶ້ນມາ ຕ້ອງປັບໄໝລົງໂທດຢ່າງເໝາະສົມ.

        ໃນວັນດຽວກັນ, ອາຣັບບິ ຊະອຸດິ ແລະ ຈໍແດນ ກໍໄດ້ກ່າວປະນາມເຫດວາງລະເບີດທີ່ນອງເລືອດດັ່ງກ່າວ. 

ຕອບກັບ

ຂ່າວ/ບົດ​ອື່ນ