ປະ​ຊາ​ຄົມ​ສາ​ກົນ ມາ​ນະ​ພະ​ຍາ​ຍາມ​ຊ່ວຍ​ໃຫ້ ອິດ​ສະ​ຣາ​ແອັນ - ປາ​ແລັດ​ສະ​ຕິນ ຢຸ​ດ​ຍິງ

(VOVWORLD) -ວັນທີ 16 ພຶດສະພາ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ເນັ້ນໜັກວ່າ ການໃຊ້ຄວາມຮຸນແຮງລະຫວ່າງ ອິດສະຣາແອັນ ແລະ ປາແລັດສະຕິນ ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດ ແລະ ຮັບບາດເຈັບເກືອບ 200 ຄົນ ໃນອາທິດຜ່ານມານັ້ນ ແມ່ນ “ເຫດສະຫຍອງຂວັນ”.
ປະ​ຊາ​ຄົມ​ສາ​ກົນ ມາ​ນະ​ພະ​ຍາ​ຍາມ​ຊ່ວຍ​ໃຫ້ ອິດ​ສະ​ຣາ​ແອັນ - ປາ​ແລັດ​ສະ​ຕິນ ຢຸ​ດ​ຍິງ - ảnh 1ສະພາບການຢູ່ເຂດ Gaza ພາຍຫຼັງການບຸກໂຈມຕີຂອງ ອິດສະຣາແອັນ ໃນວັນທີ 15 ພຶດສະພາ (ພາບ:THX/TTXVN)

ທ່ານກ່າວເຕືອນວ່າ ການປະທະກັນ ອາດຈະເຮັດໃຫ້ພາກພື້ນຕົກເຂົ້າສູ່ວິກິດການ ທີ່ບໍ່ອາດຄວບຄຸມໄດ້. ກ່າວຄຳເຫັນທີ່ກອງປະຊຸມ ສະພາຄວາມໝັ້ນຄົງ ສປຊ, ທ່ານ Antonio Guterres ໃຫ້ຮູ້ວ່າ ສປຊ ຮຽກຮ້ອງໃຫ້ບັນດາຝ່າຍທັງໝົດ ຈົ່ງມຸ່ງໄປເຖິງຄຳສັ່ງຢຸດຍິງໃນທັນທີ ແລະ ຮຽກຮ້ອງທັງ ອິດສະຣາແອັນ ແລະ ປາແລັດສະຕິນ ເພີ່ມທະວີບັນດາຄວາມມານະພະຍາຍາມໄກ່ເກ່ຍ.

        ໃນວັນດຽວກັນ, ທ່ານນາງ Linda Thomas Greenfield ຫົວໜ້າຄະນະຜູ້ຕາງໜ້າ ອາເມລິກາ ປະຈຳ ສປຊ ໃຫ້ຮູ້ວ່າ ອາເມລິກາ ພ້ອມແລ້ວທີ່ຈະໃຫ້ການໜູນຊ່ວຍ ຖ້າຫາກວ່າ ອິດສະຣາແອັນ ແລະ ປາແລັດສະຕິນ ເຫັນດີຢຸດຕິການຕໍ່ສູ້ ເພື່ອແນໃສ່ຢຸດຕິສະພາບການໃຊ້ຄວາມຮຸນແຮງ ທີ່ນັບມື້ນັບມີການຜັນແປທີ່ຮ້າຍແຮງຂຶ້ນກວ່າລະຫວ່າງສອງຝ່າຍ.

        ກໍໃນວັນທີ 16 ພຶດສະພາ, ສັນຕະປະປາ Francis ກໍ່ຮຽກຮ້ອງໃຫ້ ອິດສະຣາແອັນ ແລະ ປາແລັດສະຕິນ ຢຸດຕິການປະທະກັນ ເຊັ່ນດຽວກັນ.

        ໃນເຫດການອື່ນທີ່ກ່ຽວຂ້ອງ, ລັດຖະມົນຕີບັນດາປະເທດ ອີຢູ ໄດ້ຂຶ້ນແຜນຈັດຕັ້ງກອງປະຊຸມດ່ວນຜ່ານທາງອອນລາຍ ເພື່ອປຶກສາຫາລືກ່ຽວກັບສະພາບການໃນປັດຈຸບັນຢູ່ ພາກພື້ນ ຕາເວັນອອກກາງ ໃນວັນທີ 18 ພຶດສະພາ. 

ຕອບກັບ

ຂ່າວ/ບົດ​ອື່ນ