ປະ​ຊາ​ຄົມ​ສາ​ກົນ ມາ​ນະ​ພະ​ຍາ​ຍາມຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ ລະ​ຫວ່າງ ອິດ​ສະ​ຣາ​ແອັນ ແລະ ປາ​ແລັດ​ສະ​ຕິນ

(VOVWORLD) -ທ່ານປະທານາທິບໍດີ ຝລັ່ງ Emmanuel Macron, ທ່ານປະທານາທິບໍດີ ອີຢິບ Abdel Fattah al – Sisi  ແລະ ທ່ານພະບາດສົມເດັດ ພະເຈົ້າມະຫາຊີວິດ ຈໍແດນ Abdullah II ໄດ້ເຫັນດີເປັນເອກະພາບ ຊຸກຍູ້ສະພາຄວາມໝັ້ນຄົງ ສປຊ ຮັບຮອງເອົາມະຕິວ່າດ້ວຍການຮຽກຮ້ອງໃຫ້ຢຸດຍິງ ເພື່ອສິ້ນສຸດການປະທະກັນລະຫວ່າງ ອິດສະຣາແອັນ ແລະ ຂະບວນການ Hamas ຂອງ ປາແລັດສະຕິນ ຢູ່ເຂດ  Gaza ໃນປັດຈຸບັນ.
ປະ​ຊາ​ຄົມ​ສາ​ກົນ ມາ​ນະ​ພະ​ຍາ​ຍາມຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ ລະ​ຫວ່າງ ອິດ​ສະ​ຣາ​ແອັນ ແລະ ປາ​ແລັດ​ສະ​ຕິນ - ảnh 1ຮາກຖານປ້ອງກັນຄວາມສະຫງົບຂອງຂະບວນການ ອິດສະລາມ Hamas ຖືກມ້າງທຳລາຍ ພາຍຫຼັງການບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ (ພາບ: Reuters)

  ໃນການເຈລະຈາ 3 ຝ່າຍ ທາງອອນລາຍ ໃນວັນທີ 18 ພຶດສະພາ, ທ່ານປະທານາທິບໍດີ ຝລັ່ງ Emmanuel Macrong, ທ່ານປະທານາທິບໍດີ ອີຢິບ Abdel Fattah al – Sisi  ແລະ ທ່ານພະບາດສົມເດັດ ພະເຈົ້າມະຫາຊີວິດ ຈໍແດນ Abdullah II ໄດ້ເຫັນດີເປັນເອກະພາບ ຊຸກຍູ້ສະພາຄວາມໝັ້ນຄົງ ສປຊ ຮັບຮອງເອົາມະຕິວ່າດ້ວຍການຮຽກຮ້ອງໃຫ້ຢຸດຍິງ ເພື່ອສິ້ນສຸດການປະທະກັນລະຫວ່າງ ອິດສະຣາແອັນ ແລະ ຂະບວນການ Hamas ຂອງ ປາແລັດສະຕິນ ຢູ່ເຂດ  Gaza ໃນປັດຈຸບັນ.

        ເນື້ອໃນຕົ້ນຕໍຂອງມະຕິສະບັບດັ່ງກ່າວ ແມ່ນຢຸດຕິບັນດາການເຄື່ອນໄຫວຍິງທຳລາຍໃນທັນທີ, ປະຕິບັດຄຳສັ່ງຢຸດຍິງ ແລະ ສະພາຄວາມໝັ້ນຄົງ ສປຊ ຕ້ອງປຶກສາຫາລືກ່ຽວກັບບັນຫານີ້. ທັງສາມປະເທດຕ່າງກໍຮຽກຮ້ອງດຳເນີນການປ່ອນບັດກ່ຽວກັບມະຕິທີ່ກ່ຽວຂ້ອງເຖິງບັນຫານີ້, ພ້ອມທັງເຫັນດີ ສົມທົບກັບ ສປຊ ຜັນຂະຫຍາຍຂໍ້ລິເລີ່ມໜູນຊ່ວຍມະນຸດສະທຳໃຫ້ແກ່ປະຊາຊົນຢູ່ເຂດ Gaza.

        ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດບັນດາປະເທດ ສະຫະພາບເອີຣົບ (ອີຢູ) ຮຽກຮ້ອງໃຫ້ຜັນຂະຫຍາຍຄຳສັ່ງຢຸດຍິງ ລະຫວ່າງ ອິດສະຣາແອັນ ແລະ ຂະບວນການ Hamas  ຂອງ ປາແລັດສະຕິນ, ພ້ອມທັງຢັ້ງຢືນຈະຍູ້ແຮງບັນດາການເຄື່ອນໄຫວຊ່ວຍເຫຼືອໃຫ້ແກ່ເຂດ Gaza.


ຕອບກັບ

ຂ່າວ/ບົດ​ອື່ນ