ປະຊາຄົມສາກົນ ຮຽກຮ້ອງ ອາຟະລິກາໃຕ້ ສະກັດກັັ້ນກະແສຟອງບຸກໂຈມຕີຊາວຕ່າງປະເທດ ຢ່າງຮີບດ່ວນ

(VOVWORLD) -ວັນທີ 15 ເມສາ, ເວທີປາໄສຊາວອົບພະຍົບ ອາຟະລິກາ (ADF) ໄດ້ຮຽກຮ້ອງໃຫ້ບັນດາອົງການເຈົ້າໜ້າທີ່ ອາຟະລິກາໃຕ້ ດໍາເນີນການສືບສວນ, ຈັບຕົວ ແລະ  ພິພາກສາຜູ້ຖືກສົງໄສວ່າ ແມ່ນຜູ້ປະຕິບັດບັນດາການບຸກໂຈມຕີເລ່ັງໃສ່ຊາວຕ່່າງປະເທດຢູ່ນະຄອນ Durban ໃນໄລຍະເວລາແຕ່ 25 ມີນາ - 2 ເມສາ ຜ່ານມາ ຢ່າງຮີບດ່່ວນ.

 ທ່ານ Vusumuzi Sibanda ປະທານ ເວທີປາໄສ ADF ໃຫ້ຮູ້ວ່່າ ໄປຄຽງຄູ່່ກັບການຮຽກຮ້ອງໃຫ້ຢຸດຕິບັນດາການບຸກໂຈມຕີເລັ່ງໃສ່ຊາວຕ່າງປະເທດແລ້ວ, ອົງການດັ່ງກ່າວ ຖືວ່າ ລັດຖະບານ ອາຟະລິກາໃຕ້ ຍັງບໍ່ທັນດໍາເນີນການຈັບຕົວ ແລະ ພິພາກສາຜູ້ຄົນຖືກສົງໄສຢ່າງຖົ່ວເຖິງເທື່ອ. ທ່ານ  Sibanda ເນັ້ນໜັກວ່າ ບັນດາອົງການເຈົ້າໜ້າທີ່ ຄວນປະຕິບັດບັນດາມາດຕະການຢ່າງແຮງເພື່ອແນໃສ່ສະກັດກັ້ນການບຸກໂຈມຕີ ເລັ່ງໃສ່ຊາວຕ່າງປະເທດອາດຈະເກີດຂຶ້ນໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ