ປະຊາຄົມສາກົນ ຮຽກຮ້ອງການຢຸດຍິງໃນທົ່ວປະເທດຢູ່ ຊີຣີ

(VOVWORLD) - ຄຳຮຽກຮ້ອງດັ່ງກ່າວໄດ້ຍົກອອກມາທີ່ກອງປະຊຸມຢູ່ນະຄອນຫຼວງ Amman ຂອງປະເທດ ຈໍແດນ ລະຫວ່າງບັນດາເຈົ້າໜ້າທີ່ຂອງບັນດາປະເທດສະຫະລັດ ອາຣັບ ເອມີເລັດ (UAE), ອາຣັບບິ ຊາອຸດິ, ກາຕາ, ຈໍແດນ, ອີຢີບ...
ປະຊາຄົມສາກົນ ຮຽກຮ້ອງການຢຸດຍິງໃນທົ່ວປະເທດຢູ່ ຊີຣີ - ảnh 1ເດັກນ້ອຍຖືກບາດເຈັບ ພວມປິ່ນປົວຢູ່ໂຮງໝໍທີ່ Al-Bab, ແຂວງ Aleppo, ປະເດ ຊີຣິ
(່ພາບ: AFP/TTXVN)

 ວັນທີ 24 ມີນາ, ບັນດາປະເທດ ອາຣັບ ແລະ ບາງປະເທດ ຝ່າຍຕາເວັນຕົກ ໄດ້ຮຽກຮ້ອງການຢຸດຍິງໃນທົ່ວປະເທດ ຊີຣີິ ເພື່ອສ້າງເງືື່ອນໄຂໃຫ້ແກ່ການສຳພັດມະນຸດສະທຳສຳລັບປະຊາຊົນທັງໝົດຢູ່ປະເທດນີ້, ພິເສດແມ່ນບັນດາຜູ້ປະສົບເຄາະຮ້າຍຈາກເຫດແຜ່ນດິນໄຫວທີ່ຮ້າຍແຮງເກີດຂຶ້ນໃນວັນທີ 6 ກຸມພາ.

ຄຳຮຽກຮ້ອງດັ່ງກ່າວໄດ້ຍົກອອກມາທີ່ກອງປະຊຸມຢູ່ນະຄອນຫຼວງ Amman ຂອງປະເທດ ຈໍແດນ ລະຫວ່າງບັນດາເຈົ້າໜ້າທີ່ຂອງບັນດາປະເທດສະຫະລັດ ອາຣັບ ເອມີເລັດ (UAE), ອາຣັບບິ ຊາອຸດິ, ກາຕາ, ຈໍແດນ, ອີຢີບ, ຕວກກີ, ອາເມລິກາ, ຝລັ່ງ, ເຢຍລະມັນ, ນອກແວ, ອັງກິດ, ສະຫະພາບເອີລົບ (EU) ແລະ ສະຫະພັນ ອາຣັບ (AL).

ຖະແຫຼງການຮ່ວມຂອງກອງປະຊຸມໄດ້ຊີ້ແຈ້ງວ່າ: ບັນດາປະເທດ ອາຣັບ ແລະ ຝ່າຍຕາເວັນຕົກ “ຢ້ຳຄືນຄຳຮຽກຮ້ອງຢຸດຍິງໃນທົ່ວປະເທດ ແລະ ສຳພັດມະນຸດສະທຳຢ່າງຕໍ່ເນື່ອງ, ບໍ່ຖືກກີດຂວາງສຳລັບປະຊາຊົນຊີຣີ ທຸກຄົນ ໂດຍຜ່ານທຸກໆວິທີິການ”. ບັນດາປະເທດກໍ່ຮຽກຮ້ອງຮັກສາ ແລະ ເປີດກ້ວາງການເຄື່ອງໄຫວຊ່ວຍເຫຼືອຂ້າມຊາຍແດນ ຂອງ ສປຊ, ພ້ອມທັງສົ່ງເສີມປະຊາຄົມສາກົນສະໜອງການໜູນຊ່ວຍມະນຸດສະທຳໃຫ້ແກ່ປະຊາຊົນ ຊີຣີ ທີ່ມີຄວາມຕ້ອງການ, ພິເສດແມ່ນບັນດາຜູ້ປະສົບເຄາະຮ້າຍຢູ່ເຂດຖືກຜົນກະທ້ອນຢ່າງໜັກໜ່ວງທີ່ສຸດຈາກເຫດແຜ່ນດິນໄຫວເກີດຂຶ້ນໃນເດືອນ ກຸມພາ ທີ່ຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ