ປະ​ຊາ​ຄົມ​ສາ​ກົນ ຮຽກ​ຮ້ອງ​ໃຫ້ ອິດ​ສະ​ຣາ​ແອັນ ແລະ ປາ​ແລັດ​ສະ​ຕິນ ຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ໂດຍ​ໄວ

(VOVWORLD) - ປະຊາຄົມສາກົນ ພວມມີຄວາມວິຕົກກັງວົນທີ່ສຸດຕໍ່ສະພາບການໃຊ້ຄວາມຮຸນແຮງ ລະຫວ່າງ ອິດສະຣາແອັນ ແລະ ປາແລັດສະຕິນ ຢູ່ ເຢຣູຊາແລມ ຕາເວັນອອກ ແລະ ເຂດ Gaza ທີ່ພວມຢູ່ໃນລະດັບເຄັ່ງຕຶງທີ່ສຸດໃນຊຸມປີມໍ່ໆມານີ້, ອັນໄດ້ເຮັດໃຫ້ປະຊາຊົນຫຼາຍຄົນເສຍຊີວິດ.
ປະ​ຊາ​ຄົມ​ສາ​ກົນ ຮຽກ​ຮ້ອງ​ໃຫ້ ອິດ​ສະ​ຣາ​ແອັນ ແລະ ປາ​ແລັດ​ສະ​ຕິນ ຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ໂດຍ​ໄວ - ảnh 1ຜູ້ແຫ່ຂະບວນປະທ້ວງຊາວ ປາແລັດສະຕິນ ແກວ່ງຫີນໃສ່ກຳລັງປ້ອງກັນຄວາມສະຫງົບ ອິດສະຣາແອັນ (ພາບ: AFP/TTXVN)

 ວັນທີ 12 ພຶດສະພາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ຄູ່ຕຳແໜ່ງ ຕວັກກີ Reccep Tayyip Erdogan ໄດ້ຮຽກຮ້ອງໃຫ້ຫຼຸດຜ່ອນບັນດາການເຄື່ອນໄຫວໃຊ້ຄວາມຮຸນແຮງທີ່ນອງເລືອດ ລະຫວ່າງ ອິດສະຣາແອັນ  ແລະ ຊາວ ປາແລັດສະຕິນ. ທ່ານປະທານາທິບໍດີ Erdogan ຮຽກຮ້ອງໃຫ້ຜັນຂະຫຍາຍກຳລັງຮັກສາສັນຕິພາບສາກົນ ໄປຍັງເຂດເກີດການປະທະກັນໃນປັດຈຸບັນ ເພື່ອປົກປ້ອງຊາວ ປາແລັດສະຕິນ. ໃນວັນດຽວກັນ, ທ່ານປະທານສະພາເອີຣົບ Charles Michel ກໍໄດ້ສະແດງຄວາມວິຕົກກັງວົນຕໍ່ສະພາບການດັ່ງກ່າວ ແລະ ຮຽກຮ້ອງໃຫ້ ອິດສະຣາແອັນ ແລະ ປາແລັດສະຕິນ ຈົ່ງຢຸດຕິສົງຄາມ ແລະ ຫຼີກລ້ຽງການກໍ່ຄວາມລົ້ມຫາຍຕາຍຈາກໃຫ້ແກ່ສາມັນຊົນ ເຊັ່ນດຽວກັນ.


ຕອບກັບ

ຂ່າວ/ບົດ​ອື່ນ