ປະຊາຄົມສາກົນຊົມເຊີຍບັນດາຄວາມກ້າວໜ້າໃນການພົວພັນລະຫວ່າງ2ພາກເກົາຫຼີ

(VOVWORLD) -ວັນທີ 09 ມັງກອນ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໄດ້ຊົມເຊີຍບັນດາຄວາມກ້າວໜ້າໃນການເຈລະຈາລະຫວ່າງ ສປປ.ເກົາຫຼີ ແລະ ສ.ເກົາຫຼີ

ປະຊາຄົມສາກົນຊົມເຊີຍບັນດາຄວາມກ້າວໜ້າໃນການພົວພັນລະຫວ່າງ2ພາກເກົາຫຼີ - ảnh 1 ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres

(ພາບປະກອບ: THX/TTXVN)

ເພື່ອແນໃສ່ບັນເທົ່າຄວາມເຄັ່ງຕຶງດ້ານການທະຫານ, ກໍ່ຄືຊົມເຊີຍຂໍ້ຕົກລົງຂອງພຽງຢາງ ໄດ້ຈັດສົ່ງຄະນະນັກກິລາເຂົ້າຮ່ວມ Olympic ລະດູໜາວ Pyeong Chang 2018 ຢູ່ສ.ເກົາຫຼີ ໃນເດືອນ ກຸມພາ ຈະມາເຖິງ. ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໄດ້ຊົມເຊີຍຂໍ້ຕົກລົງຮ່ວມມືເພື່ອຫຼຸດຜ່ອນຄວາມເຄັ່ງຕຶງດ້ານການທະຫານ, ຈັດຕັ້ງບັນດາການພົບປະເຈລະຈາລະຫວ່າງທອງທັບ 2 ປະເທດ ແລະ ເຊື່ອມຕໍ່ໂທລະສັບສາຍດ່ວນດ້ານການທະຫານລະຫວ່າງ ສປປ.ເກົາຫຼີ ແລະ ສ.ເກົາຫຼີ ຄືນໃໝ່.

        ວັນທີ 09 ມັງກອນ, ກະຊວງການຕ່າງປະເທດອາເມລິກາ ໄດ້ຊົມເຊີຍການພົບປະລະຫວ່າງເຈົ້າໜ້າທີ່ຂອງ ສປປ.ເກົາຫຼີ ແລະ ສ.ເກົາຫຼີ ເພື່ອແນໃສ່ຮັບປະກັນໃຫ້ງານມະຫາກຳກິລາລະດູໜາວ Pyeong Chang ດຳເນີນໄປດ້ວຍຜົນສຳເລັດ ແລະ ມີຄວາມປອດໄພ.

        ຜູ້ຕາງໜ້າຂັ້ນສູງຮັບຜິດຊອບນະໂຍບາຍການຕ່າງປະເທດ ແລະ ຄວາມສະຫງົບຂອງສະຫະພາບເອີລົບ (ອີຢູ) ທ່ານນາງ Federica Mogherini ກໍ່ສະແດງຄວາມຫວັງວ່າ, ບັນດາການເຈລະຈາລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ ໃນວັນທີ 09 ມັງກອນ ກໍ່ຄືບັນດາການພົບປະຈະມາເຖິງຈະເປີດຊ່ອງທາງແຫ່ງການເຈລະຈາຢ່າງກວ້າງຂວາງກວ່າກ່ຽວກັບບັນດາບັນຫາລົບລ້າງອາວຸດນິວເຄຼຍ.

ຕອບກັບ

ຂ່າວ/ບົດ​ອື່ນ