ປະຊາຄົມສາກົນຕີລາຄາສູງ ຫວຽດນາມ ກ່ຽວກັບບົດຮຽນເຂົ້າຮ່ວມກົນໄກ UPR

(VOVWORLD) - ກອງປະຊຸມສຳມະນາ “ຂໍ້ມູນຂ່າວສານກ່ຽວກັບແຜນການສັງລວມການປະຕິບັດບັນດາຂໍ້ສະເໜີແນະ UPR ຮອບວຽນທີ 3 ທີ່ ຫວຽດນາມ ຮອງຮັບໄດ້ດຳເນີນໃນວັນທີ 04 ກັນຍາ ຢູ່ ຮ່າໂນ້ຍ.
ປະຊາຄົມສາກົນຕີລາຄາສູງ ຫວຽດນາມ ກ່ຽວກັບບົດຮຽນເຂົ້າຮ່ວມກົນໄກ UPR - ảnh 1 ປະຊາຄົມສາກົນຕີລາຄາສູງ ຫວຽດນາມ ກ່ຽວກັບບົດຮຽນເຂົ້າຮ່ວມກົນໄກ UPR (ພາບ: ແອ໊ງຮວຽນ)

ກ່າວຄຳເຫັນໄຂກອງປະຊຸມສຳມະນາ, ທ່ານ ເລຮວາຍຈູງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຢືນຢັນວ່າ: ດ້ວຍນະໂຍບາຍສະເໝີຕົ້ນສະເໝີປາຍກ່ຽວກັບການປົກປ້ອງ ແລະ ຊຸກຍູ້ສິດທິມະນຸດ, ຫວຽດນາມ ຖືເປັນສຳຄັນທີ່ສຸດ ແລະ ເຂົ້າຮ່ວມກົນໄກກວດກາປະຈຳໄລຍະທົ່ວໄປກ່ຽວກັບສິດທິມະນຸດ (UPR) ນັບແຕ່ຮອບວຽນທີ 1 (2009) ຢ່າງຄົບຖ້ວນ ແລະ ເຂັ້ມງວດ. ທ່ານ ເລຮວາຍຈູງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າໄດ້ມີແຜນການສັງລວມ ແລະ ທ່ານນາຍົກລັດຖະມົນຕີໄດ້ຮັບຮອງເອົາກ່ຽວກັບການປະຕິບັດບັນດາຄຳໝັ້ນສັນຍາຂອງ ຫວຽດນາມ, ເຮັດແນວໃດ ເພື່ອປະຕິບັດໄດ້ບັນດາຂໍ້ສະເໜີແນະ ເຊິ່ງພວກຂ້າພະເຈົ້າໄດ້ຮອງຮັບດີແລ້ວ. ລັດຖະບານ ຫວຽດນາມ ຫວັງວ່າ ຈະໄດ້ຮັບຟັງທັດສະນະຈາກບັນດາຝ່າຍທີ່ກ່ຽວຂ້ອງ ກໍ່ຄືຂອງເພື່ອນມິດສາກົນກ່ຽວກັບການເຮັດແນວໃດ ເພື່ອໃຫ້ບັນດາບາດກ້າວຕໍ່ໄປມີປະສິດທິຜົນ ໃນການປະຕິບັດບັນດາຂໍ້ສະເໜີແນະຖືກຕ້ອງຕາມແຜນການສັງລວມ.

        ກົນໄກ UPR ຂອງສະພາສິດທິມະນຸດສະຫະປະຊາຊາດໄດ້ສ້າງຂຶ້ນມາແຕ່ປີ 2008. ດ້ວຍນະໂຍບາຍສະເໝີຕົ້ນສະເໝີປາຍກ່ຽວກັບການປົກປ້ອງ ແລະ ຊຸກຍູ້ສິດທິມະນຸດ, ຫວຽດນາມ ຖືເປັນສຳຄັນພິເສດ ແລະ ຍາມໃດກໍ່ປະຕິບັດບັນດາພັນທະ ແລະ ໃຫ້ຄຳໝັ້ນສັນຍາຕາມກົນໄກ UPR ຢ່າງຄົບຖ້ວນ, ເຂັ້ມງວດ.

ຕອບກັບ

ຂ່າວ/ບົດ​ອື່ນ