ປະຊາຄົມສາກົນຕີລາຄາສູງຜົນງານຂອງຫວຽດນາມ, ວາງຄາດຫວັງຫຼາຍຢ່າງກ່ຽວກັບລັດຖະບານຊຸດໃໝ່

(VOVWORLD) - ທົ່ວໂລກໄດ້ຍ້ອງຍໍການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຂອງຫວຽດນາມ, ເສດຖະກິດຫຽດນາມ ຮັກສາລະດັບເຕີບໂຕເປັນຢ່າງດີ.
ປະຊາຄົມສາກົນຕີລາຄາສູງຜົນງານຂອງຫວຽດນາມ, ວາງຄາດຫວັງຫຼາຍຢ່າງກ່ຽວກັບລັດຖະບານຊຸດໃໝ່ - ảnh 1ທ່ານສາດສະດາຈານ Thomas Engelbert, ມະຫາວິທະຍາໄລ່ສັງລວມ Hamburg
(ພາບ: TTXVN)

ວັນທີ 05 ເມສາ, ເມື່ອຕີລາຄາກ່ຽວກັບບັນດາຜົນງານເຊິ່ງຫວຽດນາມ ບັນລຸໄດ້ໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ແລະ ການພັດທະນາເສດຖະກິດ-ສັງຄົມໃນໄລຍະຜ່ານມາ, ທ່ານສາດສະດາຈານ Thomas Engelbert, ມະຫາວິທະຍາໄລ່ສັງລວມ Hamburg, ຖືວ່າ: ທົ່ວໂລກໄດ້ຍ້ອງຍໍການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຂອງຫວຽດນາມ, ເສດຖະກິດຫຽດນາມ ຮັກສາລະດັບເຕີບໂຕເປັນຢ່າງດີ. ນັ້ນແມ່ນຜົນງານທີ່ໜ້າເຄົາລົບຂອງລັດຖະບານ ແລະ ລັດຫວຽດນາມ.

        ເມື່ອໃຫ້ຂໍ້ສັງເກດກ່ຽວກັບການນຳລັດຖະບານຊຸດໃໝ່, ນັກຊ່ຽວຊານດ້ານເສດຖະກິດ Daniel Muller ຈາກສະຫະສະມາຄົມວິສາຫະກິດເຢຍລະມັນ ປະຈຳອາຊີ-ປາຊີຟິກ (OAV), ຖືວ່າ ຫວຽດນາມ ຈະຢຶດໝັ້ນຕໍ່ແນວທາງການເມືອງທີ່ໄດ້ວາງອອກທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ. ກ່ຽວກັບດ້ານເສດຖະກິດ, ຕາມທ່ານ Daniel Muller ແລ້ວ, ວິວັດການຫັນປະເທດຊາດເປັນອຸດສາຫະກຳ ຈະສືບຕໍ່ໄດ້ຮັບການຍູ້ແຮງ, ສົມທົບກັບການເພີ່ມສະມັດຕະພາບແຮງງານ; ການຫັນປ່ຽນເປັນດີຈີຕອນ ຈະໄດ້ເພີ່ມຂຶ້ນ.

        ຜູ້ຊົງຄຸນວຸດທິ, ປັນຍາຊົນໃນປະຊາຄົມຊາວຫວຽດນາມ ອາໄສຢູ່ເຢຍລະມັນ ກໍ່ສະແດງຄວາມໄວ້ເນື້ອເຊື່ອໃຈຕໍ່ລັດຖະບານໃໝ່ຂອງປະເທດຊາດ. ທ່ານສາດສະດາຈານ ຫງວຽນວັນທ້ວາຍ ຢູ່ມະຫາວິທະຍາໄລ Trier ຖືວ່າ, ທ່ານນາຍົກລັດຖະມົນຕີຄົນໃໝ່ ຟ້າມມິງຈິ໊ງ ແມ່ນຜູ້ໄດ້ຮັບການບຳລຸງສ້າງຢູ່ເອີລົບ, ເມື່ອມີປະສົບການໃນຫຼາຍຂົງເຂດ ແລະ ຕຳແໜ່ງທີ່ແຕກຕ່າງກັນ, ດ້ວຍຄວາມສາມາດ, ບົດຮຽນ... ຈະມີບັນດາລັດຖະນະໂຍບາຍທີ່ເໝາະສົມເພື່ອນຳປະເທດສືບຕໍ່ກ້າວຂຶ້ນ, ພ້ອມທັງເດັດດ່ຽວປົກປັກຮັກສາເອກະລາດ, ອະທິປະໄຕຂອງປະເທດຊາດໄວ້ຢ່າງໝັ້ນຄົງ.

ຕອບກັບ

ຂ່າວ/ບົດ​ອື່ນ