ປະຊາຄົມສາກົນຕີລາຄາສູງແງ່ຫວັງເສດຖະກິດຫວຽດນາມ ປີ 2022

(VOVWORLD) -ບົດລາຍງານອັບເດດສະພາບການເສດຖະກິດຂອງ ຫວຽດນາມ ດ້ວຍຫົວຂໍ້ “ສຶກສາເພື່ອເຕີບໂຕ” ຂອງທະນາຄານໂລກ (WB) ປະກາດຫວ່າງມໍ່ໆມານີ້ ໄດ້ຄາດຄະເນການເຕີບໂຕດ້ານເສດຖະກິດຂອງ ຫວຽດນາມ ໃນປີ 2022 ຈະຢູ່ລະດັບ 7,5%
ປະຊາຄົມສາກົນຕີລາຄາສູງແງ່ຫວັງເສດຖະກິດຫວຽດນາມ ປີ 2022 - ảnh 1(ພາບປະກອບ: Bloomberg)

ນັກຊ່ຽວຊານດ້ານເສດຖະກິດຫຼາຍທ່ານລ້ວນແຕ່ມີຄວາມປະເອີບໃຈເມື່ອໃຫ້ຂໍ້ສັງເກດກ່ຽວກັບແງ່ຫວັງການເຕີບໂຕເສດຖະກິດຂອງ ຫວຽດນາມ ໃນປີ 2022, ໂດຍບໍ່ຫົວຊາຕໍ່ສະພາບການສາກົນຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ລວມທັງລາຄາພະລັງງານເພີ່ມຂຶ້ນສູງ. ບົດລາຍງານອັບເດດສະພາບການເສດຖະກິດຂອງ ຫວຽດນາມ ດ້ວຍຫົວຂໍ້ “ສຶກສາເພື່ອເຕີບໂຕ” ຂອງທະນາຄານໂລກ (WB) ປະກາດຫວ່າງມໍ່ໆມານີ້ ໄດ້ຄາດຄະເນການເຕີບໂຕດ້ານເສດຖະກິດຂອງ ຫວຽດນາມ ໃນປີ 2022 ຈະຢູ່ລະດັບ 7,5% ເມື່ອທຽບໃສ່ລະດັບ 2,1% ຂອງປີ 2021. WB ໃຫ້ຮູ້ວ່າ, ພື້ນຖານເສດຖະກິດ ຫວຽດນາມ ຍັງຢູ່ໃນຂັ້ນຕອນການຟື້ນຟູ.

ທະນາຄານ HSBC ໄດ້ຍົກການຄາດຄະເນຂອງທັງປີ 2022 ຂຶ້ນລະດັບ 6,9% (ຈາກລະດັບການຄາດຄະເນ 6,2% ແລະ 6,6% ກ່ອນນັ້ນ), ແລະ ຖືວ່າ ລະດັບເຕີບໂຕຂອງ ຫວຽດນາມ ຈະນຳໜ້າຢູ່ພາກພື້ນ.

ຫວ່າງມໍ່ໆມານີ້, ທະນາຄານ Standard Chartered ກໍ່ຍົກອອກການຄາດຄະເນການເຕີບໂຕ GDP ຂອງ ຫວຽດນາມ ໃນໄຕມາດທີ 3 ວ່າຈະບັນລຸ 10,8% ແລະ ທັງປີແມ່ນ 6,7%.

ສ່ວນທະນາຄານພັດທະນາອາຊີ (ADB) ກໍ່ຮັກສາລະດັບຄາດຄະເນການເຕີບໂຕເສດຖະກິດ ຫວຽດນາມ ຢູ່ລະດັບ 6,5% ໃນປີ 2022 ແລະ 6,7% ໃນປີ 2023, ໃນຂະນະທີ່ການຄາດຄະເນການເຕີບໂຕຢູ່ພາກພື້ນ ອາຊີ ຫຼຸດລົງເຫຼືອ 4,6%.

ຕອບກັບ

ຂ່າວ/ບົດ​ອື່ນ