ປະ​ຊາ​ຄົມ​ສາ​ກົນ​ມີ​ຄວາມ​ວິ​ຕົກ​ກັງ​ວົນ​ກ່ຽວ​ກັບ​ບັນ​ດາ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ຢູ່​ທະ​ເລ​ຕ​າ​ເວັນ​ອອກ

(VOVWORLD) -ຕາມທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Blinken ແລ້ວ, ມີຫຼາຍເຫດກ່ຳປັ່ນຕ່ຳກັນທີ່ອັນຕະລາຍ ຢູ່ທະເລ ແລະ ບັນດາການກະທຳເກາະຜິດເພື່ອ ແນໃສ່ຊຸກຍູ້ບັນດາຄຳຮຽກສິດທາງທະເລຢ່າງຜິດກົດໝາຍ, ພ້ອມທັງເນັ້ນໜັກວ່າ ວໍຊິງຕັນ ມີຄວາມວິຕົກກັງວົນກ່ຽວກັບບັນດາການກະທຳນາບຂູ່ ບັນດາປະເທດອື່ນໃນການສຳຜັດກັບບັນດາແຫຼ່ງຊັບພະຍາກອນທາງທະເລຂອງຕົນຢ່າງຖືກຕ້ອງຕາມກົດໝາຍ
ປະ​ຊາ​ຄົມ​ສາ​ກົນ​ມີ​ຄວາມ​ວິ​ຕົກ​ກັງ​ວົນ​ກ່ຽວ​ກັບ​ບັນ​ດາ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ຢູ່​ທະ​ເລ​ຕ​າ​ເວັນ​ອອກ - ảnh 1ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ເປັນປະທານ ຂອງ ກອງປະຊຸມ (ພາບ: ANI)

ກ່າວຄຳເຫັນທີ່ວາລະປຶກສາຫາລືຂັ້ນສູງທາງອອນລາຍກ່ຽວກັບຫົວຂໍ້ “ເພີ່ມທະວີຄວາມໝັ້ນຄົງຢູ່ທະເລ: ບາງຂົງເຂດການຮ່ວມມືສາກົນ” ໂດຍສະພາຄວາມໝັ້ນຄົງ ສປຊ ຈັດຂຶ້ນໃນວັນທີ 9 ສິງຫາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ໄດ້ ຕຳຫນິຕິຕຽນບັນດາການກະທຳທີ່ເຮັດໃຫ້ສະພາບການຢູ່ທະເລຕາເວັນອອກສັບສົນຂຶ້ນຕື່ມ ແລະ ກ່າວເຕືອນວ່າ ການປະທະກັນຈະກໍ່ຜົນຮ້າຍທົ່ວໂລກຢ່າງໜັກໜ່ວງຕໍ່ຄວາມໝັ້ນຄົງ ແລະ ການຄ້າ.

ຕາມທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Blinken ແລ້ວ, ມີຫຼາຍເຫດຕ່ຳກັນຢ່າງອັນຕະລາຍ ລະຫວ່າງບັນດາກ່ຳປັ່ນຢູ່ທະເລ ແລະ ບັນດາການກະທຳເກາະຜິດເພື່ອ ແນໃສ່ຊຸກຍູ້ບັນດາຄຳຮຽກສິດທາງທະເລຢ່າງຜິດກົດໝາຍ, ພ້ອມທັງເນັ້ນໜັກວ່າ ວໍຊິງຕັນ ມີຄວາມວິຕົກກັງວົນກ່ຽວກັບບັນດາການກະທຳນາບຂູ່ ບັນດາປະເທດອື່ນໃນການສຳຜັດກັບບັນດາແຫຼ່ງຊັບພະຍາກອນທາງທະເລຂອງຕົນຢ່າງຖືກຕ້ອງຕາມກົດໝາຍ

ໃນຂະນະນັ້ນ, ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi, ປະທານໝູນວຽນເດືອນ ສິງຫາ 2021 ຂອງສະພາຄວາມໝັ້ນຄົງ ສປຊ ໄດ້ເນັ້ນໜັກວ່າ: ທະເລ ເຊິ່ງແມ່ນມໍລະດົກລວມຂອງທົ່ວໂລກ  ພວມປະເຊີນໜ້າກັບສິ່ງທ້າທາຍຫລາຍຢ່າງ, ໃນນັ້ນມີບັນດາການຂັດແຍ້ງຜືນແຜ່ນດິນ. ບັນດາການຂັດແຍ້ງກັນທາງທະເລຕ້ອງໄດ້ຮັບການແກ້ໄຂໂດຍສັນຕິວິທີ ແລະ ບົນພື້ນຖານກົດໝາຍສາກົນ.

ສິ້ນສຸດກອງປະຊຸມ, ບັນດາປະເທດໄດ້ຮັບຮອງເອົາຖະແຫຼງການຢັ້ງຢືນ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ໄດ້ຕັ້ງກອບນິຕິກຳ ໃຫ້ແກ່ບັນດາການເຄື່ອນໄຫວທາງທະເລ ລວມມີການສະກັດກັ້ນບັນດາການເຄື່ອນໄຫວແບບຜິດກົດໝາຍ. ບັນດາປະເທດສະມາຊິກ ສະພາຄວາມໝັ້ນຄົງ ສປຊ ກໍ່ເຫັນດີເປັນເອກະພາບຕໍ່ຄວາມຮັບຮູ້ກ່ຽວກັບຄວາມສຳຄັນຂອງການເພີ່ມທະວີການຮ່ວມມືໃນພາກພື້ນ ແລະ ສາກົນ ເພື່ອຮັບມືກັບບັນດາສິ່ງທ້າທາຍນີ້. ນີ້ແມ່ນຄັ້ງທຳອິດ ສະພາຄວາມໝັ້ນຄົງ ສປຊ ເຫັນດີເປັນເອກະພາບໄດ້ ຖະແຫຼງການຮ່ວມກ່ຽວກັບບັນຫາຄວາມໝັ້ນຄົງໃນການເດີນເຮຶອ. 

ຕອບກັບ

ຂ່າວ/ບົດ​ອື່ນ