ປະຊາຄົມສາກົນວິຕົກກັງວົນຕໍ່ເລື່ອງຈີນກໍ່ສ້າງເກາະຢ່າງຜິດກົດໝາຍຢູ່ທະເລຕາເວັນອອກ

ປະຊາຄົມສາກົນວິຕົກກັງວົນຕໍ່ເລື່ອງຈີນກໍ່ສ້າງເກາະຢ່າງຜິດກົດໝາຍຢູ່ທະເລຕາເວັນອອກ - ảnh 1
(ພາບປະກອບ)

(vovworld) - ສິງ​ກະ​ໂປ​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ຕໍ່​​ເລື່ອງ​ຈີນ​​ກໍ່ສ້າງ​ເກາະ​ຢ່າງ​ຜິດ​ກົດໝາຍ​ຢູ່​ໝູ່​ເກາະ​ ​ເຈື່ອງ​ຊາ ຈະ​ເຮັດ​ໃຫ້​ສະພາບ​ການ​ຢູ່​ພາກ​ພື້ນ​ເຄັ່ງ​ຕຶງ​ກວ່າ​ອີກ. ຍ້ອນ​ເຫດ​ນັ້ນ, ສິງ​ກະ​ໂປ​ໄດ້​ເຫັນ​ດີ​ໃຫ້​ອາ​ເມ​ລິ​ກາ​ ຜັນ​ຂະຫຍາຍ​ເຮືອບິນ​ສອດ​ແນມ P-8 Poseidon ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ປອດ​ໄພ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໃນ​ໄລຍະ​ຈະ​ມາ​ເຖິງ.

​ໃນ​ຂະນະ​ນັ້ນ, ວັນ​ທີ 14/12,
ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ, ນັບ​ແຕ່​ນີ້​ເຖິງ​ທ້າຍ​ປີ 2015, ກອງທັບ​ເຮືອ​ອາ​ເມ​ລິ​ກາ​ອາດ​ຈະ​ບໍ່​ດຳ​ເນີນ​ການ​ເຄື່ອນ​ໄຫວ​ລາດຕະ​ເວນຢູ່​ອ້ອມ​ເກາະ​ຕ່າງໆ​ ໂດຍ​ຈີນ​ກໍ່ສ້າງ​ຢ່າງ​ຜິດ​ກົດໝາຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ​ແຕ່​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ປະ​ເທດ​ທ່ານ​ໜຶ່ງ​ພັດ​ເວົ້າ​ວ່າ, ການ​ລາດຕະ​ເວນ​ຄັ້ງ​ຕໍ່​ໄປ​ອາດ​ຈະ​ດຳ​ເນີນ​ໃນ​​ເດືອນ 1/2016.

ຂ່າວ/ບົດ​ອື່ນ