ປະຊາຄົມສາກົນສືບຕໍ່ຕຳໜິຕິຕຽນສປປເກົາຫຼີ

ປະຊາຄົມສາກົນສືບຕໍ່ຕຳໜິຕິຕຽນສປປເກົາຫຼີ - ảnh 1
ການທົດລອງນິວຄະເລຍຂອງສປປເກົາຫຼີ
(ພາບ: Getty)

(vovworld) - ວັນ​ທີ 7/1, ກະຊວງ​ການ​ຕ່າງປະ​ເທດ​ ອັງກິດ​ໄດ້​ແຈ້ງ​ໃຫ້​ຊາບ​ວ່າ, ພາຍຫຼັງ​ເຫດ​ ພຽງ​ຢາງ​ທົດ​ລອງ​ນິວເຄຼຍ​ເມື່ອ​ວັນ​ທີ 6/1, ປະ​ເທດ​ນີ້​ໄດ້​ຮຽກ​ໂຮມ​ທ່ານ​ເອກ​ອັກຄະ​ລັດຖະທູດ ສປປ​ເກົາຫຼີ ປະຈຳ​ລອນ​ດອນມາ ​ແລະ ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ອັງກິດ, ຮັບຜິດຊອບ​ບັນຫາ​ອາຊີ, ທ່ານ Hugo Swire ກໍ່​ໃຫ້​ຮູ້​ວ່າ, ອັງກິດສະໜັບສະໜູນ​ມະຕິ​ຂອງ ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ແນ​ໃສ່​ຈັດ​ວາງ​ບັນດາ​ມາດ​ຕະການ​ລົງ​ໂທດ​ໃໝ່​ສຳລັບ ສປປ​ເກົາຫຼີ ​ແລະ ຖື​ວ່າ​ເຫດ​ທົດ​ລອງ​ນິວເຄຼຍຂອງ​ ພຽງ​ຢາງ​ແມ່ນ “ການ​ກະທຳ​ລະ​ເມີດ​“ ບັນດາມະຕິ​ຂອງ​​ສະຫະ​ປະຊາ​ຊາດຢ່າງ​ຈະ​ແຈ້ງ.

        ​ໃນ​ວັນ​ດຽວ​ກັນ, ກະຊວງ​ການ​ຕ່າງປະ​ເທດ ​ໄທກໍ່​ອອກ​ຖະ​ແຫຼ​ງການສະ​ແດງ “ຄວາມ​ວິຕົກ​ກັງວົນ​ຢ່າງ​ເລິກ​ເຊິ່ງ“, ພ້ອມ​ທັງ​ເນັ້ນ​ໜັກ​ວ່າ, ການ​ກະທຳ​ນີ້​ຂອງ​ພຽງ​ຢາງ “ບໍ່​ພຽງ​ແຕ່ລະ​ເມີດ​ບັນ​ດາ​ມະຕິ​ທີ່​ກ່ຽວຂ້ອງ​ຂອງ ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ເທົ່າ​ນັ້ນ, ຫາກ​ຍັງ​ສົ່ງ​ຜົນ​ສະທ້ອນ​ບໍ່​ດີ​ເຖິງ​ບັນດາ​ຄວາມ​ມານະ​ພະຍາຍາມປອດ​ນິວເຄຼຍ​ຢູ່​ແຫຼມ​ ເກົາຫຼີ​​ຂອງ​ປະຊາ​ຄົມ​ໂລກ​ອີກ​ດ້ວຍ“.

        ສ່ວນ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ ນອກ​ແວ Brge Brende ພັດ​ຖື​ການ​ທົດ​ລອງນິວເຄຼຍ​ຂອງ ສປປ​ເກົາຫຼີ​ ແມ່ນ “ການ​ນາບ​ຂູ່​ທີ່​ຮ້າຍ​ແຮງສຳລັບ​ຄວາມ​ປອດ​ໄພ​ໃນ​ທົ່ວ​ໂລກ ​ແລະ ຈຳ​ເປັນ​ຕ້ອງ​​ໄດ້​ຮັບການກ່າວ​ປະນາມ​ຢ່າງ​ແຮງ“.

        ​ໃນ​ວັນ​ດຽວ​ກັນ, ສຳນັກ​ຂ່າວສານ Yonhap ຂອງ ສ​ເກົາຫຼີ ​ໄດ້​ຄັດ​ສະ​ເໜີ​ແຫຼ່ງຂ່າວ​ຂອງ​ປະທານາທິບໍດີ​ປະ​ເທດ​ນີ້​ໂດຍ​ໃຫ້​ຮູ້​ວ່າ, ວັນ​ທີ 7/1, ປະທານາທິບໍດີ​ Park Geun – hye ​ແລະ ນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ​ໄດ້​ເຫັນ​ດີ​ຮ່ວມ​ມື​ກັນ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ໃຫ້​ສະຫະ​ປະຊາ​ຊາດ​ສາມາດ​ຮັບຮອງ​ເອົາ​ມະຕິ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ລົງ​ໂທດ​ຕ້ານ ສປປ​ເກົາຫຼີ ໂດຍ​ໄວ ພາຍຫຼັງ​ທີ່ ​ພຽງ​ຢາງ​ຖະ​ແຫຼ​ງ​ໄດ້​ດຳ​ເນີນ​ການ​ທົດ​ລອງ​ນິວເຄຼຍ.

ຂ່າວ/ບົດ​ອື່ນ