ປະຊາຄົມສາກົນຮຽກຮ້ອງ ສປປ ເກົາຫຼີ ຢຸດຕິແຜນການຍິງລູກສອນໄຟ

ປະຊາຄົມສາກົນຮຽກຮ້ອງ ສປປ ເກົາຫຼີ ຢຸດຕິແຜນການຍິງລູກສອນໄຟ - ảnh 1
ພາບ​ປະ​ກອບ

(vovworld) – ວັນ​ທີ 6/3,  ສະ​ຫະ​ພາບ ເອີ​ລົບ (ອີ​ຢູ) ກ່າວ​ປະ​ນາມ ສ​ປ​ປ ເກົາຫຼີ ຍິງ​ລູກ​ສອນ​ໄຟ​ນຳ​ວິ​ຖີ 4 ລູກ​ໃນ​ວັນ​ດຽວ​ກັນ, ພ້ອມ​ທັງ​ໃຫ້​ຮູ້​ວ່າ: ອີ​ຢູ ຈະ​ທາບ​ທາມ​ຄວາ​ມ​ເຫັນ​ກັບ ຍີ່​ປຸ່ນ ແລະ ບັນ​ດາ​ຄູ່​ຮ່ວມ​ມື​ສາ​ກົນ​ກ່ຽວ​ກັບ​ບັນ​ດາ​ວິ​ທີ​ການ​ຮັບ​ມື​ກັບ​ການ​ກະ​ທຳ​ຂອງ ພຽງ​ຢາງ. ຜູ້​ຕາງ​ໜ້າ ອີ​ຢູ ຖື​ວ່າ: ພຽງ​ຢາງ ຕ້ອງ​ກັບ​ຄືນ​ສູ່​ການ​ໂອ້​ລົມ​ສ​ົນ​ທະ​ນາ​ກັບ​ປະ​ຊາ​ຄົມ​ໂລກ ແລະ ຢຸດ​ຕິ​ບັນ​ດາ​ແຜນ​ການ​ຍິງ​ລູກ​ສອນ​ໄຟ​ຄື​ແນວນັ້ນ​ໃນ​ອະ​ນາ​ຄົດ​ໂດຍ​ທັນ​ທີ.

        ຈາກ​ນະ​ຄອນຫຼວງ ປາ​ຣີ, ກ​ະ​ຊວງ​ການ​ຕ່າງ​ປະ​ເທດ ຝ​ຣັ່ງ ກໍ່​ໄດ້​​ກ່າວ​ປະ​ນາມ​ເລື່ອງ ສ​ປ​ປ ເກົາຫຼີ ຍິງ​ລູກ​ສອນ​ໄຟ, ພ້ອມ​ທັງ​ໃຫ້​ຮູ້​ວ່າ ປາ​ຣີ ຈະ​ທາບ​ທາມ​ຄວາ​ມ​ເຫັນ​ຂອງ​ບັນ​ດາ​ສະ​ມາ​ຊິກຈາກສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ກ່ຽວ​ກັບ​ບັນ​ຫານີ້.

        ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ຈີນ ກໍ່ໄດ້​ກ່າວ​ປະ​ນາມ​ຕຳ​ນິ​ຕິ​ຕຽນ​ການ​ກະ​ທຳ​ດັ່ງ​ກ່າວ​ຂອງ ພຽງ​ຢ່າງ, ແຕ່​ຖື​ວ່າ ສ. ເກົາຫຼີ ແລະ ອາ​ເມ​ລິ​ກາ ຕ້ອງ​ຮັບ​ຜິດ​ຊອບ​ສ່ວນ​ໃດ​ສ່ວນ​ໜຶ່ງ​ກ່ຽວ​ກັບ​ເຫດ​ການ​ດັ່ງ​ກ່າວ. ໂຄ​ສົກ​ຂອງວັງ Kremlin ທ່ານ Dmitry Peskov ໃຫ້​ຮູ້​ວ່າ: ມົດ​ສະ​ກູ ມີ​ຄວາມ​ວິ​ຕົກ​ວັງ​ວົນ​ທີ່​ສຸດ​ກ່ຽວ​ກັບ​ບັນ​ດາ​ເຫດ​ທົດ​ລອງ ​ລູກ​ສອນ​ໄຟ​ ຫວ່າງ​ແລ້ວນີ້​ຂອງ ສ​ປ​ປ ເກົາຫຼີ.

        ໃນ​ຂະ​ນະ​ນັ້ນ, ສຳ​ນັກ​ຂ່າວ​ສານ Yonhap ຂອງ ສ​. ເກົາຫຼີ ໄດ້​ຄັດ​ສະ​ເໜີ​ຄຳ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດ ຂອງປະ​ເທດນີ້​​ໂດຍຖື​ວ່າ: ປະ​ຈຸ​ບັນ, ​ມີ 3 ປະ​ເທດ​ເຊິ່ງ​ລວມ​ມີ ສ. ເກົາຫຼີ, ອາ​ເມ​ລິ​ກາ ແລະ ຍີ່​ປຸ່ນ ພວມ​ຕັ້ງ​ໜ​້າ​ປຶກ​ສາ​ຫາ​ລື​ກັບ​ບັນ​ດາ​ປະ​ເທດ ສະ​ມາ​ຊິກ ສ​ປ​ຊ ກ່ຽວ​ກັບ​ມາດ​ຕະ​ການ​ຮັບ​ມື​ກັບ​ການ​ກະ​ທຳ​ຍິງ​ລູກ​ສອນ​ໄຟ​ຂອງ ສ​ປ​ປ ເກົາຫຼີ.

 


ຂ່າວ/ບົດ​ອື່ນ