ປະຊາຄົມສາກົນເຊື່ອມຕໍ່ການເຈລະຈາກ່ຽວກັບຊີຣີຄືນໃໝ່

ປະຊາຄົມສາກົນເຊື່ອມຕໍ່ການເຈລະຈາກ່ຽວກັບຊີຣີຄືນໃໝ່ - ảnh 1
(ພາບປະກອບ: AFP/TTXVN)

(vovworld) - ​ ບັນດາ​ປະ​ເທດ​ມະຫາ​ອຳນາດ​ໂລກ​ສືບ​ຕໍ່ມານະ​ພະຍາຍາມ​ທາງ​ການ​ທູດສ້າງ​ໂອກາດ ​ເພື່ອ​ເຊື່ອ​ມຕໍ່ 2 ກອງ​ປະຊຸມ​ທີ່​ຄາດ​ຄະ​ເນ​ຈະ​ດຳ​ເນີນ​ໃນ​ທ້າຍ​ອາທິດ​ນີ້​ຢູ່ ​ເອີ​ລົບ, ​ໂດຍ ອາ​ເມ​ລິ​ກາ ​ແລະ ລັດ​ເຊຍ ຈັດ​ຕັ້ງ, ​ແນ​ໃສ່​ຊອກ​ຫາ​ວິທີ​ຮັບປະກັນ​ຂໍ້​ຕົກລົງ​ຢຸດ​ຍິງ​ຢູ່​ປະ​ເທດ​ຕາ​ເວັນ​ອອກກາງ​ນີ້, ວັນ​ທີ 12/10, ອາ​ເມ​ລິ​ກາ ​ແລະ ລັດ​ເຊຍ ​ໄດ້​ປະກາດ 2 ກອງ​ປະຊຸມ, ທີ່​ໜຶ່ງ​ແມ່ນ​ຈະ​ດຳ​ເນີນ​ຢູ່ Lausannae (ສະ​ວິດ) ​ໃນ​ວັນ​ທີ 15/10 ​ແລະ ກອງ​ປະຊຸມ​ໜຶ່ງອີກ​ຈະ​ດຳ​ເນີນ​ຢູ່ ລອນ​ດອນ (ອັງກິດ) ໃນວັນທີ 16/10. ຕາມນັ້ນແລ້ວ ທີ່ກອງປະຊຸມຢູ່ ສະວິດ ຈະມີການເຂົ້າຮ່ວມຂອງທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ John Kerry ​ແລະ ທ່ານ​ລັດ​ຖະມົນຕີ​ການ​ຕ່າງປະ​ເທດ ລັດ​ເຊ​ຍ Sergei Lavrov ພ້ອມ​ກັບບັນດາ​ຄູ່​ຕຳ​ແໜ່ງ ຕວກກີ ​ແລະ ບັນດາ​ປະ​ເທດ​ເຂດ​ອ່າວ. ລັດ​ເຊຍ ຖື​ວ່າ ຕວກກີ, ຊະ​ອຸ​ດິ ອາຣາເບຍ ​ແລະ ກາ​ຕາ ​ແມ່ນ​ບັນດາ​ປະ​ເທດ​ອາດ​ຈະ​ເຂົ້າ​ຮ່ວມ. ​

 

 

ຂ່າວ/ບົດ​ອື່ນ