ປະຊາຄົມສາກົນໃຫ້ຄຳໝັ້ນສັນຍາສະໜັບສະໜູນ,ໜູນຊ່ວຍຫວຽດນາມພັດທະນາປະເທດຊາດ

ປະຊາຄົມສາກົນໃຫ້ຄຳໝັ້ນສັນຍາສະໜັບສະໜູນ,ໜູນຊ່ວຍຫວຽດນາມພັດທະນາປະເທດຊາດ - ảnh 1
ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ ແລະ
ປະທານອົງການຮ່ວມມືສາກົນ ສເກົາຫຼີ
(ພາບ: VGP/NhatBac)

(vovworld) - ວັນ​ທີ 30/11, ​ເນື່ອງ​ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ COP 21, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ໄດ້​ມີ​ການ​ພົບ​ປະ​ສອງຝ່າຍ​ກັບ​ບັນດາ​ການ​ນຳ​ຂອງ 24 ປະ​ເທດ​ເຊັ່ນ: ອັງ​ກິດ, ​ເຢັຍລະ​ມັນ, ຍີ່ປຸ່ນ, ສ​ເກົາຫຼີ, ອິນ​ໂດ​ເນ​ເຊຍ, ບຣາຊິນ, ຮອນ​ລັງ, ອົດ​ຕະລິດ, ນອກ​ແວ, ​ແຟງ​ລັງ, ຈີ​ເລ, ອີຣານ, ​ໄທ, ກູ​ບາ, ກຳປູ​ເຈຍ, ຟິລິບ​ປິນ, ຢູ​ແກຼນ, ສ​ໂລ​ເວ​ເນຍ, ອານ​ເຊຣີ, ບຸນ​ກາຣີ, ອີ​ຕາ​ລີ, ປາ​ນາມາ, ນິວຊີ​ແລນ ​ແລະ ລາດ​ເວ​ຍ.

        ທີ່​ການ​ພົບ​ປະ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ຢືນຢັນ​ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ ຫວຽດນາມ​ໃນ​ການ​ຊຸກຍູ້, ​ເພີ່ມ​ທະວີ​ການພົວພັນ​ມິດຕະພາບ ​​ແລະ ​ການ​ຮ່ວມ​ມື​ຢ່າງ​ແທດ​ຈິງ, ນັບ​ມື້​ນັບ​ເລິກ​ເຊິ່ງ ​ ມີ​ປະສິດທິ​ຜົນ​ກັບ​ທຸກ​ປະ​ເທດ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ສະ​ເໜີ​ປະ​ເທດ​ຕ່າງໆ​ສືບ​ຕໍ່​ສະຫງວນ​ໃຫ້​ ຫວຽດນາມ​ການ​ໜູນ​ຊ່ວຍ​ໃນ​ໄລຍະ​ຍາວ, ​ແທດ​ຈິງ​ໃນ​ພາລະກິດ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ​ໃນ​ໄລຍະ​ຈະ​ມາ​ເຖິງ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ກໍ່​ສະ​ເໜີ​ບັນດາ​ມາດ​ຕະການ​ລະອຽດ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ຫຼາຍ​ດ້ານ​ກັບປະ​ເທດ​ຕ່າງໆ; ພ້ອມ​ທັງ​ສະ​ເໜີ​ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື​ສືບ​ຕໍ່​ສົມທົບ​ກັນຢ່າງ​ແໜ້ນ​ແຟ້ນ​ກັບ​ ຫວຽດນາມຢູ່​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ, ສະໜັບສະໜູນ​ການສະໝັກ​ເລືອກ​ຕັ້ງ​ເຂົ້າ​ບັນດາ​ອົງການ​ສຳຄັນ​ຂອງ​ສະຫະ​ປະຊາ​ຊາດ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ຢືນຢັນ​ວ່າ, ຫວຽດນາມ​ຈະ​ສືບ​ຕໍ່​ເສີມ​ຂະຫຍາຍບົດບາດ​ເປັນ​ສະມາຊິກ​ທີ່​ມີ​ຄວາມ​ຮັບຜິດຊອບ​ຂອງ​ປະຊາ​ຄົມ​ສາກົນ, ​ເປັນ​ເຈົ້າ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ຮັກສາ​ສະພາບ​ແວດລ້ອມ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມມື​ເພື່ອ​ພັດທະນາ​ຢູ່​ພາກ​ພື້ນ ​ແລະ ຢູ່​​ໃນໂລກ; ຮຽກຮ້ອງ​ເພື່ອນ​ມິດສາ​ກົນ​ສະໜັບສະໜູນ​ຫຼັກ​ໝັ້ນ​ຂອງ​ອາ​ຊຽນ ​ແລະ ຫວຽດນາມ​ທີ່​ກ່ຽວຂ້ອງ​ເຖິງ​ທະ​ເລ​ຕາ​ເວັນ​ອອກ.

        ການ​ນຳ​ປະ​ເທດ​ຕ່າງໆ​ຢືນຢັນ​ຖື​ເປັນ​ສຳຄັນ ​ແລະ ປາຖະໜາ​ຢາກ​ຊຸກຍູ້, ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ​ຫວຽດນາມ. ບັນດາ​ການ​ນຳ​ໃຫ້​ຄຳ​ໝັ້ນ​ສັນຍາ​ສືບ​ຕໍ່​ສະໜັບສະໜູນ, ຊ່ວຍ​ເ​ຫຼືອ​ ຫວຽດນາມ​ໃນ​ພາລະກິດ​ພັດທະນາ​ປະ​ເທດ​ຊາດ ​ແລະ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ສິ່ງ​ແວດ​ລ້ອມ​ຢ່າງ​ມີ​ປະສິດທິ​ຜົນ, ມຸ່ງ​ໄປ​ເຖິງ​ການປະຕິ​ບັດບັນດາ​ຄາດໝາຍ​ພັດທະນາ​ຢ່າງ​ໝັ້ນຄົງ (SDG) ​ເຖິງ​ປີ 2030 ຂອງສະຫະ​ປະຊາ​ຊາດ​​ໃຫ້ສຳ​ເລັດ​ຜົນ. ການ​ນຳ​ຫຼາຍ​ປະ​ເທດ​ກໍ່​ສະ​ແດງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ກັບ​ຫຼັກ​ໝັ້ນ​ຂອງ​ຫວຽດນາມ ​ແລະ ອາ​ຊຽນ​ໃນ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ.

 

ຂ່າວ/ບົດ​ອື່ນ