ປະຊາຄົມອາຊຽນ: ກົນໄກຮ່ວມມືນຳມາເຊິ່ງສະຖຽນລະພາບແລະວັດທະນາຖາວອນໃຫ້ພາກພື້ນ

(VOVWORLD) -ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງອາຊຽນ ຢູ່ ກົວລາ ລຳເປີ, ປະເທດມາເລເຊຍ, ວັນທີ 14 ສິງຫາ, ທ່ານນາຍົກລັດຖະມົນຕີມາເລເຊຍ Najib Razak ຖືວ່າ

ປະຊາຄົມອາຊຽນ: ກົນໄກຮ່ວມມືນຳມາເຊິ່ງສະຖຽນລະພາບແລະວັດທະນາຖາວອນໃຫ້ພາກພື້ນ - ảnh 1 ທ່ານນາຍົກລັດຖະມົນຕີມາເລເຊຍ Najib Razak

(ພາບປະກອບ: AFP)

ວິທີການເຄື່ອນໄຫວຂອງອາຊຽນ ໄດ້ນຳມາເຊິ່ງສະຖຽນລະພາບ ແລະ ວັດທະນາຖາວອນໃຫ້ທົ່ວພາກພື້ນ. ທ່ານນາຍົກລັດຖະມົນຕີ Razak ໄດ້ຕີລາຄາວ່າ, ບັນດາປະເທດສະມາຊິກອາຊຽນ ຮັກສາໄດ້ການພົວພັນມິດຕະພາບ, ຍົກອອກບັນດາຂໍ້ຕົກລົງດັ່ງກ່າວແມ່ນອີງໃສ່ຈິດໃຈເຫັນດີເຫັນພ້ອມ ແລະ ເຄົາລົບອະທິປະໄຕຂອງແຕ່ລະປະເທດ. ກໍຕາມທ່ານນາຍົກລັດຖະມົນຕີ Razak ແລ້ວ, ປະຈຸບັນ ອາຊຽນ ໄດ້ຮັບການຮັບຮູ້ວ່າແມ່ນກຳລັງໜູນຕົ້ນຕໍໃນໂຄງປະກອບພາກພື້ນດ້ານການເມືອງ, ຄວາມໝັ້ນຄົງ ແລະ ເສດຖະກິດ. ກ່ຽວກັບປະຊາຄົມອາຊຽນ, ການນຳມາເລເຊຍ ໃຫ້ຮູ້ວ່າ, ອາຊຽນ ມຸ່ງໄປເຖິງປະຊາຄົມມີຄວາມຕິດພັນທາງດ້ານການເມືອງ, ເສດຖະກິດ ແລະ ໜ້າທີ່ຄວາມຮັບຜິດຊອບຕໍ່ສັງຄົມ ແລະ ແມ່ນກຸນແຈເພື່ອໃຫ້ອາຊຽນ ຖືປະຊາຊົນເປັນໃຈກາງ, ບົນພື້ນຖານນັ້ນ, 10 ປະເທດອາຊຽນ ຕ້ອງມານະພະຍາຍາມຊຸກຍູ້ການຕິດພັນຢ່າງແໜ້ນແຟ້ນກວ່າອີກ, ມຸ່ງໄປເຖິງນິຍາມພົນລະເມືອງອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ