ປະຊາຄົມອາຊຽນ: ຈີນຖືເປັນສຳຄັນການຮ່ວມມືດ້ານການຄ້າກັບອາຊຽນ

(VOVWORLD) -ຈີນ ຈະສືບຕໍ່ສະໜັບສະໜູນວິວັດທະນາການສ້າງຕັ້ງປະຊາຄົມອາຊຽນ ແລະ ໃຫ້ບຸລິມະສິດຮ່ວມມືດ້ານການຄ້າ 2 ຝ່າຍກັບບັນດາປະເທດສະມາຊິກອາຊຽນ.
ປະຊາຄົມອາຊຽນ: ຈີນຖືເປັນສຳຄັນການຮ່ວມມືດ້ານການຄ້າກັບອາຊຽນ - ảnh 1(ພາບປະກອບ: aseanbriefing.com)

ກ່າວຄຳເຫັນໃນວັນທີ 08 ກັນຍາ, ທີ່ກອງປະຊຸມທາບທາມຄວາມເຫັນຄັ້ງທີ 16 ລະຫວ່າງບັນດາລັດຖະມົນຕີເສດຖະກິດການຄ້າອາຊຽນ ແລະ ຈີນ, ໃນຂອບເຂດກອງປະຊຸມລັດຖະມົນຕີກະຊວງເສດຖະກິດອາຊຽນ ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຢູ່ນະຄອນຫຼວງ ມານີລາ, ປະເທດຟິລິບປີນ, ທ່ານ ຈູງຊານ, ລັດຖະມົນຕີກະຊວງການຄ້າຈີນ ຢືນຢັນວ່າ, ອາຊຽນ - ຈີນ ພວມມີການພົວພັນຮ່ວມມືໃນຂົງເຂດເສດຖະກິດ ແລະ ການຄ້າຢ່າງແໜ້ນແຟ້ນ. ທ່ານໄດ້ເນັ້ນໜັກຕື່ມອີກວ່າ, ຈີນ ຈະຊຸກຍູ້ການພົວພັນໜູນຊ່ວຍເຊິ່ງກັນ ແລະ ກັນກັບອາຊຽນ ເພື່ອແນໃສ່ຮັດແຄບຊ່ອງຫວ່າງລະຫວ່າງບັນດາປະເທດສະມາຊິກຄື ເພີ່ມທະວີກຳລັງຄວາມສາມາດໃນການພັດທະນາແຫ່ງຊາດ, ເພີ່ມລະດັບພັດທະນາເສດຖະກິດໃນພາກພື້ນ ແລະ ຊຸກຍູ້ການສ້າງຕັ້ງປະຊາຄົມອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ