ປະຊາຄົມອາຊຽນ:ກາລະໂອກາດແລະການທ້າທາຍ,ຄວາມສາມັກຄີແລະການຮ່ວມມື

ປະຊາຄົມອາຊຽນ:ກາລະໂອກາດແລະການທ້າທາຍ,ຄວາມສາມັກຄີແລະການຮ່ວມມື - ảnh 1
(ພາບປະກອບ)

(vovworld) - ​ ​ ວັນ​ທີ 19 ​ແລະ 20/10, ຢູ່​ຮ່າ​ໂນ້ຍ, ກອງທຶນ​ສັນ​ຕິ​ພາບ ​ແລະ ພັດທະນາ​ຫວຽດນາມ ສົມທົບ​ກັບ​ກອງ​ທຶນ Rosa Luxemburg Stiftung (​ເຢຍລະ​ມັນ) ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ​ດ້ວຍ​ຫົວ​ຂໍ້​ວ່າ “ປະຊາ​ຄົມອາ​ຊຽນ: ກາລະ​ໂອກາດ ແລະ ການ​ທ້າ​ທາຍ​, ຄວາມສາມັກ​ຄີ ແລະ ຮ່ວມ​ມື“. ກອງ​ປະຊຸມ​ສຳ​ມະ​ນາ​ນີ້​ຖືກ​ຈັດ​ຂຶ້ນ​ດ້ວຍ​ຈຸດປະສົງ​ໄຈ້​ແຍກ​ບັນດາ​ຄວາມ​ສະດວກ ກໍ່​ຄື​ການ​ທ້າ​ທາຍ​ທີ່​ວາງ​ອອກ​ສຳລັບ​ປະຊາຊົນ​ໃນ​ການ​ສ້າງ​ຕັ້ງ​ປະຊາຄົມ​ອາ​ຊຽນ, ຈາກ​ນັ້ນ​ວາງ​ອອກ​ບັນດາ​ມາດ​ຕະການ​ເພີ່ມ​ທະວີ​ການ​ເຂົ້າ​ຮ່ວມ​ຂອງ​ປະຊາຊົນ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ປະຊາຊົນ​ ​ໃນ​ວິວັດ​ແຫ່ງ​ການ​ສ້າງ​ຕັ້ງ​ປະຊາ​ຄົມ​ອາ​ຊຽນ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ຜູ້ຕາງໜ້າ​ຄະນະ​ເລຂາ​ອາ​ຊຽນ, ທ່ານ​ນາງ Anna Mae, ​ເນັ້ນ​ໜັກ​ວ່າ, ປະຊາ​ຄົມ​ອາ​ຊຽນ 2015 ​ແມ່ນ​ຂີດ​ໝາຍ​ແຫ່ງ​ການ​ສ້າງ​ຕັ້ງປະຊາ​ຄົມ​ອາ​ຊຽນ ພ້ອມ​ກັບ​ປະຊາ​ຄົມ​ຄວາມ​ໝັ້ນຄົງ - ການ​ເມືອງ ​ແລະ ປະຊາ​ຄົມ​ວັດທະນະທຳ - ສັງຄົມ​ອາ​ຊຽນ ຢ່າງ​ເປັນ​ທາງ​ການ. ​ເລື່ອງ​ຍົກ​ອອກ​ຂອບ​ເຂດ​ທີ່​ຈຳ​ເປັນ​ໃນ​ພາ​ກພື້ນ, ອະນຸຍາດ​ໃຫ້​ອາຊຽນ ກ້າວ​ຂຶ້ນ​ກໍ່ສ້າງ​ປະຊາ​ຄົມ​ເສດຖະກິດ. ທ່ານ​ນາງ Anna Mae ​ແບ່ງປັນ​ແຜນການ​ສັງ​ລວມປະຊາ​ຄົມ​ເສດຖະກິດ​ອາ​ຊຽນ 2015 ດ້ວຍ 4 ​ເສົາ​ຄຳ້​ຕົ້ນຕໍ​ແມ່ນ: ​ຕະຫຼາດ ​ແລະ ພື້ນຖານ​ຜະລິດ​ໜຶ່ງ​ດຽວ, ພາກ​ພື້ນ​ອາ​ຊຽນ​ແກ່ງ​ແຍ້​ງ, ພາກ​ພື້ນ​ເສດຖະກິດ​ຍຸຕິ​ທຳ, ​ການເຊື່ອມ​ໂຍງ ​ແລະ ​ເສດຖະກິດ​ທົ່ວ​ໂລກ.

 

 

ຂ່າວ/ບົດ​ອື່ນ