ປະຊາຄົມໂລກ ກ່າວປະນາມບັນດາການປະທະກັນ ຢູ່ Nigieria

ປະຊາຄົມໂລກ ກ່າວປະນາມບັນດາການປະທະກັນ ຢູ່ Nigieria - ảnh 1
( ພາບ: ຈາກອີນເຕີແນດ )

ວັນ​ທີ 21 ມັງກອນ, ທ່ານ​ເລຂາທິການ​ໃຫຍ່ສະຫະ​ປະຊາ​ຊາດ ບານ​ກີ​ມຸນ ​ໄດ້​ອອກ​ຖະ​ແຫຼ​ງການກ່າວ​ປະນາມບັນດາ​ການ​ປະ​ທະ​ກັນ​ທີ່​ໜອງ​ເລືອດ​ເກີດ​ຂື້ນ​ໃນ​ວັນ​ດຽວ​ກັນ​ຢູ່ Kano, ນະຄອນ​ໃຫຍ່​ທີ 2 ຢູ່ Nigieria, ​ເຊິ່ງ​ເຮັດ​ໃຫ້ 162 ຄົນ​​ເສຍ​ຊີວິດ ​ແລະ ນັບ 10 ຄົນ​ຖືກ​ບາດ​ຈັບ. ທ່ານ ບານ​ກີ​ມຸນ ​ໄດ້​ຮຽກຮ້ອງ​ໃຫ​້​ດຳ​ເນີນ​ການ​ສືບສວນ​ກ່ຽວ​ກັບ​ບັນດາ​ເຫັດ​ປຸກ​ໂຈມຕີ​ທີ່​ເກີດ​ຂື້ນ​ຢ່າງ​ລຽນຕິດ, ທີ່ນັບ​ມື້​ນັບ​ຮ້າຍ​ແຮງ​ໃນ​ໄລຍະ​ມໍ່ໆ​ມາ​ນີ້​​ຢູ່​ປ​ະ​ເທດ​ເພື່ອ​ນຳ​ພວກກໍ່​ການ​ຮ້າຍ​ຂື້ນ​ສານ​ດຳ​ເນີນ​ຂະດີ.

​ແລະກໍ​ໃນ​ວັນ​ດຽວ​ກັນ, ທ່ານ​ປະທານ​ຄະນະ​ກຳມະການ​ສະຫະພາບ ອາ​ຟລິ​ກາ Jean Ping ກໍ​ກ່າວ​ປະນາມ​ບັນດາ​ການ​ບຸກ​ໂຈມ​ຕີ​ຢູ່ Nigieria ດ້ວຍ​ຄຳ​ເວົ້າ​ທີ່​ແຂງ​​ແຮງ​ທີ່​ສຸດ, ພ້ອມ​ກັນ​ນັ້ນກໍ​ຝາກ​ຄວາມ​ເສົ້າສະ​ລົດ​ໃຈ​ມາ​ຍັງ​​ຍາດຕິ​ພີນ້ອງ​​ຜູ້​ຖືກ​​ເຄາະ​ຮ້າຍ ​ແລະ ສະ​ແດງ​ຄວາມ​ເອົາ​ໃນ​ໃສ່​ຂອງ​ທ່ານ​ເອງສຳລັບ​ບັນດາ​ຜູ້​ຖື​ບາດ​ເຈັບ. ​ໃນ​ວັນ​ທີ 21 ມັງກອນ, ຢູ່ Kano ​ໄດ້​ເກີດ​ການວາງ​ລະ​ເບີດ​ຢ່າງ​ລຽນຕິດ ​ແນ​ໃສ່​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ການ​ປະ​ທະ​ກັນ​ທີ່​ກໍ່​ຄວາມ​ເສຍ​ຫາຍຢ່າງ​ໃຫຍ່​ຫຼວງຄື​ດັ່ງກ່າວ, ​ເຊິ່ງບັງ​ຂັບ​ໃຫ້​ອຳນາດ​ການ​ປົກຄອງ​ປະກາດ​ກົດ​​​​​ໄອ​ຍະ​ການ. ອົງການ​ອິດ​ສະລາມ Boko Haram ​ໄດ້ກ່າວຍອມ​ຮັບບັນດາ​ການ​​ໃຊ້​ຄວາມ​ຮູ​ນ​ແຮງ​ເພື່ອ​ຄັດ​ຄ້ານອຳນາດການ​ປົກຄອງ.

ຂ່າວ/ບົດ​ອື່ນ