ປະຊາຄົມໂລກ ຍົກອອກຂໍ້ສະເໜີ ແກ້ໄຂບັນຫາຢູ່ຊີຣີ

ປະຊາຄົມໂລກ ຍົກອອກຂໍ້ສະເໜີ ແກ້ໄຂບັນຫາຢູ່ຊີຣີ - ảnh 1
( ພາບ : Sana )

( vovworld ) - ວັນ​ທີ 11/3, ພາຍຫຼັງ​ກອງ​ປະຊຸມ​ຄັ້ງ​ທີ 2 ກັບ​ທ່ານ​ປະທານາທິບໍດີ​ຊີຣີ Al Assad, ທູດ​ພິ​ເສດ​ຮ່ວມຂອງ​ສະຫະ​ປະຊາ​ຊາດ ​ແລະ ສະຫະພັນ​ອາຣັບ, ທ່ານ Kofi Annan ​ໄດ້​ກ່າວ​ຄຳ​ເຫັນກັບ​ວົງ​ການ​ນັກ​ຂ່າວວ່າ, ທ່ານ​ມີ​ຄວາມ​ປະ​​ເອີບ​ໃຈ, ​ແຕ່​ກໍ່​ຍອມຮັບ​ວ່າ​ຍາກ​ທີ່ຈະ​ບັນລຸ​ໄດ້​ຂໍ້​ຕົກລົງ​ຢຸດຕິ​ການ​ໃຊ້​ຄວາມ​ຮຸນ​ແຮງຢູ່​ຊີຣີ. ອະ​ດິດ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ໃຫ້​ຮູ້​ວ່າ ທ່ານ​ໄດ້​ສ​ະເໜີ​​ຕໍ່ທ່ານ​ປະທາ​ນາ​ທິບໍດີຊີຣີ ບັນ​ດາມາດ​ຕະການ​​​ແກ້​ໄຂວິ​ກິດ​ການ​ຢູ່​ຊີຣີ ຢ່າງ​ລະອຽດ ​ເຊິ່ງຕາມ​ທ່ານ Annan ​ແລ້ວ, ບັນດາ​ຂໍ້​ສະ​ເໜີ​ນັ້ນ “ ຈະ​ສົ່ງ​ຜົນ​ສະທ້ອນ​ເຖິງ​ສະພາບ​ຕົວ​ຈິງ ​ແລະ ຊ່ວຍ​ປຸກລະດົມ​ວິວັດ​ການ​ເພື່ອ​ຢຸດຕິ​​ວິ​ກິດການ​ນີ້ ”. ຕາມ​ທ່ານ Annan ​ແລ້ວ, ການ​ເຈ​ລະ​ຈາ​ກັບ​ທ່ານ​ປະທານາທິບໍດີ Assad ​ແມ່ນສຸມ​ໃສ່​ເຂົ້າ​ໃນ​ບັນ​ດາ​ເປົ້າ​ໝາຍ​ຕົ້ນ​ຕໍ່​ຂອງ​ວິວັດ​ການ​ນັ້ນ, ​ເພື່ອຢຸດ​ຕິການ​ໃຊ້​ຄວາມ​ຮຸນ​ແຮງ​ ​ແລະ ຄວາມ​ບາດ​ເຈັບ​ລົ້ມ​ຕາຍໂດຍ​ທັນທີ, ອະນຸ​ຍາດ​ໃຫ້​ບັນດາ​ອົງການ​ມະນຸດ​ສະ​ທຳສຳ​ພັດ​ເຂດ​ທີ່​ເຄັ່ງຮ້ອນ ແລະ ​ເລີ່ມຕົ້ນການ​ເຈລະຈາ​ດ້ານ​ການ​ເມືອງ.

ຂ່າວ/ບົດ​ອື່ນ