ປະຊາຄົມໂລກ: ຫວຽດນາມ ແມ່ນປະເທດຮັບມືກັບໂລກລະບາດໂຄວິດ-19 ບັນລຸປະສິດທິຜົນທີ່ສຸດ

(VOVWORLD) -“ຫວຽດນາມ ອາດຈະແມ່ນປະເທດຮັບມືກັບໂລກລະບາດໂຄວິດ-19 ບັນລຸປະສິດທິຜົນທີ່ສຸດໃນໂລກ” ແລະ ຜົນສຳເລັດນີ້ຂອງຫວຽດນາມ ຈະນຳມາເຊິ່ງບົດຮຽນໃຫ້ແກ່ບັນດາປະເທດອື່ນ.

ປະຊາຄົມໂລກ: ຫວຽດນາມ ແມ່ນປະເທດຮັບມືກັບໂລກລະບາດໂຄວິດ-19 ບັນລຸປະສິດທິຜົນທີ່ສຸດ - ảnh 1ວາລະສານ The Nation

(ພາບ: The Nation)

The Nation, ວາລະສານແຖວໜ້າຂອງອາເມລິກາ, ຫາກໍ່ລົງພິມບົດຂຽນຕີລາຄາວ່າ “ຫວຽດນາມ ອາດຈະແມ່ນປະເທດຮັບມືກັບໂລກລະບາດໂຄວິດ-19 ບັນລຸປະສິດທິຜົນທີ່ສຸດໃນໂລກ” ແລະ ຜົນສຳເລັດນີ້ຂອງຫວຽດນາມ ຈະນຳມາເຊິ່ງບົດຮຽນໃຫ້ແກ່ບັນດາປະເທດອື່ນ. ບົດຂຽນຊີ້ແຈ້ງວ່າ, ຫວຽດນາມ ບັນລຸໄດ້ໝາກຜົນດັ່ງກ່າວ ແມ່ນຍ້ອນຄວາມສາມາດລະດົມກຳລັງພະນັກງານ, ພາລະກອນການແພດດ້ວຍຂອບນະຫນາດໃຫຍ່  ກໍຄືບັນດາກຳລັງປ້ອງກັນຄວາມສະຫງົບເຂົ້າຮ່ວມນຳ ແລະ ພ້ອມກັບການໂຄສະນາສຶກສາໃຫ້ແກ່ປະຊາຊົນຢ່າງມີປະສິດທິຜົນ ແລະ ມີຫົວຄິດປະດິດສ້າງ.

        ໃນຂະນະນັ້ນ, ສຳນັກຂ່າວສານອາເມລິກາ Bloomberg News ໄດ້ລົງພິມບົດຂຽນໂດຍໃຫ້ຮູ້ວ່າ, ຫວຽດນາມ ສະກັດກັ້ນໄດ້ການແຜ່ລະບາດຂອງໂລກລະບາດໂຄວິດ- 19 ແລະ ພາຍຫຼັງທີ່ບັນລຸໄດ້ຜົນສຳເລັດ, ຫວຽດນາມ ກໍ່ພວມຫຼຸດຜ່ອນບັນດາຂໍ້ກຳນົດໃນການສະກັດກັ້ນຢູ່ບັນດາເຂດຂອງປະເທດເປັນສ່ວນຫຼາຍ, ອະນຸຍາດໃຫ້ບາງການເຄື່ອນໄຫວດຳເນີນທຸລະກິດໄດ້ເປີດປະຕູຄືນໃໝ່.

        ວັນທີ 27 ເມສາ, ໜັງສືພິມ (Wall Street Journal) ໄດ້ມີບົດຂຽນເນັ້ນໜັກວ່າ: ຫວຽດນາມ ເປີດເຜີຍໃນການຕ້ານໂລກລະບາດໂຄວິດ-19. ບົດຂຽນຖືວ່າ, ລະບົບຕ້ານໂລກລະບາດໂຄວິດ- 19 ຂອງຫວຽດນາມ ໂດຍອີງໃສ່ການຊອກຫາຕົວກໍລະນີທີ່ໄດ້ສຳຜັດກັບຜູ້ຕິດເຊື້ອ ເພື່ອແນໃສ່ແຍກຕົວຢ່າງທັນການ ແລະ ຫຼີກລ້ຽງໄວຣັດ ແຜ່ລະບາດອອກສູ່ປະຊາຄົມ, ຫຼີກລ້ຽງໂລກລະບາດລະເບີດຂຶ້ນ.

        ສ່ວນທ່ານສາດສະດາຈານ Vladimir Kolotov, ຫົວໜ້າພະແນກປະຫວັດສາດຕາເວັນອອກໄກ, ອຳນວຍການສະຖາບັນໂຮ່ຈີມິນ ຂຶ້ນກັບມະຫາວິທະຍາໄລແຫ່ງຊາດ St.Petersburg, ສະຫະພັນລັດເຊຍ ໃຫ້ຂໍ້ສັງເກດວ່າ: ສິ່ງສຳຄັນຕົ້ນຕໍໃນລະບົບສະກັດກັ້ນໂລກລະບາດໂຄວິດ-19 ແມ່ນກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ມີລັກສະນະການວິໄນສູງ ແລະ ຄວາມຮັບຮູ້ກ່ຽວກັບລະດັບຄວາມອັນຕະລາຍຮ້າຍແຮງຂອງໂລກລະບາດດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ