ປະຊາຄົມໂລກກ່າວປະນາມບັນດາກໍລະນີບຸກໂຈມຕີແບບກໍ່ການຮ້າຍຢູ່ປາຣີປະເທດຝະລັ່ງ


ປະຊາຄົມໂລກກ່າວປະນາມບັນດາກໍລະນີບຸກໂຈມຕີແບບກໍ່ການຮ້າຍຢູ່ປາຣີປະເທດຝະລັ່ງ - ảnh 1
​ກໍ​ລະ​ນີບຸກ​ໂຈມ​ຕີ​ແບບກໍ່​ການ​ຮ​້າຍ​ຢູ່​ປາ​ຣີ​ປະ​ເທດຝະ​ລັ່ງເມື່ອ​ວັ​ນ​ທີ 13/11

(vovworld)-ຕໍ່​ໜ້າບັນ​ດາ​ກໍ​ລະ​ນີບຸກ​ໂຈມ​ຕີ​ແບບກໍ່​ການ​ຮ​້າຍ​ຢູ່​ປາ​ຣີ​ປະ​ເທດຝະ​ລັ່ງເມື່ອ​ວັ​ນ​ທີ 13/11 , ໃນວັນ​ທີ 13/11, ສະ​ພາ​ຄວາມ​ໝັ້ນ​ຄົງ ສ.ປ.ຊ ໄດ້ອອກ​ແຈ້ງ​ການ​ກ່າວ​ປະ​ນາມ​ຢ່າງ​ຮຸນ​ແຮງບັນ​ດາ​ກໍ​ລະ​ນີບຸກ​ໂຈມ​ຕີ​ແບບກໍ່​ການ​ຮ​້າຍ​ທີ່​ໂຫດ​ຮ້າຍ​ສາ​ມານ​​ທີ່​ແນ​ໃສ່​ສາ​ມັນ​ຊົນຢູ່​ປາ​ຣີ​ປະ​ເທດຝະ​ລັ່ງເມື່ອ​ວັນ​ທີ 13/11 ອັນ​ໄດ້​ເຮັດ​ໃຫ້ຫຼາຍ​ຄົນ​ເສບ​ຊີ​ວິດ ແລະ ໄດ້​ຮັບ​ບາດ​ເຈັບ. ແຈ້ງ​ການ​ໄດ້​ເນັ້ນ​ໜັກ​ວ່າ ຈຳ​ເປັນຕ້ອງຈັບ​ຕົວ ແລະ ນຳ​ຕົວ​ການ​ຂຶ້ນ​ສານ​ດຳ​ເນີນ​ຄະ​ດີ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ NATO ໄດ້​ຢືນ​ຢັນ​ວ່າ ຈະ​ຮຽງ​ບ່າ​ຮຽງ​ໄຫຼ່ພ້ອມ​ກັບ​ຝະ​ລັງ​ເພື່ອ​ຕ້ານ​ລັດ​ທິກໍ່​ການ​ຮ້າຍ. ເຈົ້າ​ໜ້າ​ທີ່​ຂັ້ນ​ສູງຫຼາຍ​ທ່ານ​ຂອງ EU ກໍ​ໄດ້​ສະ​ແດງ​ຄວາມ​ສາ​ມັກ​ຄ​ີ​ກັບ​ຊາວຝະ​ລັ່ງພາຍຫຼັງ​ບັນ​ດາ​ກໍ​ລະ​ນີກໍ່​ການ​ຮ​້າຍ​ຢູ່​ຝະ​ລັ່ງ. ໃນ​ວັນ​ດຽວກັນ, ປະ​ທາ​ນາ​ທິ​ບໍ​ດີ​ລັດ​ເຊຍ​ປູ​ຕິນ ໄດ້​ສົ່ງ​ໂທ​ລະ​ເລກ​ແບ່ງ​ເບົາ​ຄວາມ​ເສົ້າ​ສະ​ລົດ​ໃຈ ແລະ ຢ້ຽມ​ຢາມ​ຖາມ​ຂ່າວ​ເຖິງປະ​ທາ​ນາ​ທິ​ບໍ​ດີ​ຝະ​ລັ່ງ Hollande. ໃນ​ຂະ​ນະ​ນັ້ນ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢັຍ​ລະ​ມັນ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ ກໍ​ໄດ້​ຖະ​ແຫຼງວ່າ ພ້ອມ​ແລ້ວ​ໜູນ​ຊ່ວຍ​ຝະ​ລັ່ງ ແລະ ຈະ​ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ຮັບ​ໃຊ້​ການ​ສືບ​ສວນ. ໃນ​ຖະ​ແຫຼງ​ການ​ເມື່ອ​ຕອນ​ຄ່ຳ​ວັນ​ທີ 13/11, ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Obama ກໍ​ໄດ້​ກ່າວ​ປະ​ນາ​ມບັນ​ດາ​ກໍ​ລະ​ນີບຸກ​ໂຈມ​ຕີ​ແບບກໍ່​ການ​ຮ​້າຍ​ຢູ່​ປາ​ຣີ​ປະ​ເທດຝະ​ລັ່ງ ແລະ ຖື​ວ່າ ນີ້​ແມ່ນ​ການ​ບຸກ​ໂຈມ​ຕີ​ທີ່​ແນ​ໃສ່​ມວນ​ມະ​ນຸດ. ສ່ວນ​ລັດ​ຖະ​ບານ​ບັນ​ດາ​ປະ​ເທດ​ອາ​ເມ​ລິ​ກາ​ໃຕ້ ກໍ​ພ້ອມ​ກັນ ກ່າວ​ປະ​ນາ​ມບັນ​ດາ​ກໍ​ລະ​ນີບຸກ​ໂຈມ​ຕີ​ແບບກໍ່​ການ​ຮ​້າຍທີ່ນອງ​ເລືອດ​ຢູ່​ປາ​ຣີ​ປະ​ເທດຝະ​ລັ່ງ.

 

ຂ່າວ/ບົດ​ອື່ນ