ປະຊາຄົມໂລກຄັດຄ້ານແຜນການກໍ່ສ້າງເຂດ ຕັ້ງຖິ່ນຖານຄົງທີ່ຂອງ ອິດສະຣາແອນ

ປະຊາຄົມໂລກຄັດຄ້ານແຜນການກໍ່ສ້າງເຂດ ຕັ້ງຖິ່ນຖານຄົງທີ່ຂອງ ອິດສະຣາແອນ - ảnh 1
ປະຊາຄົມໂລກຄັດຄ້ານແຜນການກໍ່ສ້າງເຂດຕັ້ງຖິ່ນຖານຄົງທີ່ຂອງ ອິດສະຣາແອນ
ພາບ: AP


(vovworld) - ວັນ​ທີ 4/12, ຫລາຍ​ປະ​ເທດ​ຂຶ້ນ​ກັບ​ຝ່າຍ​ຕາ​ເວັນ​ຕົກ, ​ໃນ​ນັ້ນ ມີ​ອາ​ເມ​ລິ​ກາ ​ແລະ ບັນດາ​ປະ​ເທດ​ສະຫະພາບ​ເອີ​ລົບ ຫລື ອີ​ຢູ ​ໄດ້​ຮຽກ​ຕົວທ່ານ​ເອກ​ອັກຄະ​ລັດຖະທູດ ອິດສະຣາ​ແອນ ​ມາເພື່ອ​ຄັດຄ້ານ​ເລື່ອງ TeL Aviv ມີ​ແຜນການ​ກໍ່ສ້າງ​ເຮືອນ​ຢູ່​ຕື່ມ​ອີກ 3000 ຫລັງ​ໃນ​ເຂດ​ດິນ​ແດນ​ຢືດຄອງ​ຂອງ ປາ​ແລດ​ສະຕິນ. ບັນດາ​ປະ​ເທດ ຝລັ່ງ, ​ແດນ​ມາກ, ​ແອດ​ສະ​ປາຍ ​ແລະ ສະ​ວິດ ​ໄດ້​ຮຽກ​ຕົວ​ເອກ​ອັກຄະ​ລັດຖະທູດ ອິດສະຣາ​ແອນມາ ​ເພື່ອ​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ຢ່າງ​ເລິກ​ເຊິ່ງຕໍ່​ແຜນການ​ກໍ່ສ້າງ​ເຮືອນ​ຢູ່​ໃຫ້​ແກ່​ຊາວ​ຢິວ ​ຢູ່ Jeruxalem ຕາ​ເວັນ​ອອກ ​ແລະ ​ຝັງ​ຕາ​ເວັນ​ຕົກ​ແມ່​ນ້ຳຈ​​ໍ​ແດນ, ​ໃນ​ນັ້ນ ມີ​ເຂດ E1 ສາມາດ​ຕັດ​ແຍກ Jeruxalem ຕາ​ເວັນ​ອອກ ກັບ​ຝັງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ, ສ່ວນ​ຫ້ອງການ​ການ​ຕ່າງປະ​ເທດ ອັງກິດ ກໍ​ໄດ້​ຕຳ​ນິຕິ​ຕຽນ​ແຜນການ​ດັ່ງກ່າວ ​ແລະ ຮຽກຮ້ອງ ​ໃຫ້ອິດສະຣາ​ແອນ ພິຈາລະນາ​ຢຸດຕິການ​ເລື່ອງ​ທີ່​ກໍ່​ໃຫ້​ເກີດ​ການ​ຖົກ​ຖຽງ​ກັນ​ນີ້.

        ກ່ອນ​ຫນ້າ​ນັ້ນ, ​ໂດຍ​ບໍ່​ຫົວຊາ​ຕໍ່​ການ​ຄັດຄ້ານ​ຂອງ​ປະຊາ​ຄົມ​​ໂລກ, ວັນ​ທີ 3/12, ລັດຖະບານ ອິດສະຣາ​ແອນ ​ໄດ້​ຕົກລົງ​ຟື້ນ​ຟູ​ໂຄງການ​ກໍ່ສ້າງ​ເຮືອນ​ 1600 ຫລັງ​ໃນ ​ເຂດ Ramat Shlomo ຢູ່ Jeluxalem ຕາ​ເວັນ​ອອກ.

ຂ່າວ/ບົດ​ອື່ນ