ປະຊາຄົມໂລກຊົມເຊີຍການຕົກລົງເພີ່ມລະດັບເພດານໜີ້ສາທາລະນະຂອງອາເມລິກາ

ປະຊາຄົມໂລກຊົມເຊີຍການຕົກລົງເພີ່ມລະດັບເພດານໜີ້ສາທາລະນະຂອງອາເມລິກາ  - ảnh 1
(ພາບປະກອບ)

(vovworld)-​  ປະຊາ​ຄົມ​​ໂລກ​ໄດ້​ສະ​ແດງ​ປະຕິກິ​ລີ​ຍາ​ພາຍຫຼັງທີ່​ໃນ​ວັນ​ທີ 17/10, ສະພາ​ຕ່ຳ ​ແລະ ສະພາ​ສູງ​ອາ​ເມ​ລິ​ກາ ​ໄດ້​ເຫັນ​ດີ​ສະໜອງ​ງົບປະມານ​ໃຫ້​ລັດຖະບານ​ກັບ​ຄືນ​ສູ່​ການ​ເຄື່ອນ​ໄຫວ ​ແລະ ຕໍ່​ກຳນົດ​ເວລາ​ກູ້​ຢືນ​ທຶນ​ເພື່ອ​ຊຳລະ​ໜີ້​ສິນ​ໃຫ້​ແກ່​ກະຊວງ​ການ​ເງິນ. ຜູ້ອຳນວຍການ​ໃຫຍ່​ກອງ​ທຶນ​ສາກົນ IMF ທ່ານ ນາງ Christine Ladarge ​ໄດ້​ຕີ​ລາຄາ​ສູງ​ໝາກຜົນ​ການ​ປ່ອນ​ບັດ​ຢູ່​ສະພາ​ແຫ່ງ​ຊາດ​ອາ​ເມ​ລິ​ກາ ​ໄດ້​ຢຸດຕິ​ການ​ປິດ​ປະຕູ​ຂອງລັດຖະບານ ​ແລະ ອະນຸຍາດ​ໃຫ້​ເພີ່ມ​ລະດັບ​ເພດານ​ໜີ້​ສາທາລະນະ. ທ່ານ ນາງ Christine Ladarge ຖື​ວ່າ ການ​ຕົກລົງ​ຂອງ​ລັດຖະບານ​ອາ​ເມ​ລິ​ກາ​ແມ່ນ​ສຳຄັນ, ​ແຕ່​ຢືນຢັນ​ວ່າ ອາ​ເມ​ລິ​ກາຍັງ​ຄວນ​ສ້າງ​​ແຜນການ​ທີ່​ໝັນ​ຄົງ​ກ່ວາ​ກ່ຽວ​ກັບ ລະດັບ​ເພດານ​ໜີ້​ສາທາລະນະ. ​ໃນ​ວັນ​ດຽວ​ກັນ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ຊິງ​ແອ​ງ ​ໄດ້​ຊົມ​ເຊີຍການ​ກະທຳ​ແກ້​ໄຂ​ສະພາບ​ບໍ່​ມີ​ທາງ​ອອກ​ກ່ຽວ​ກັບລະດັບ​ເພດານ​ໜີ້​ສາທາລະນະຂອງ ສະພາ​ຕ່ຳ ​ແລະ ສະພາ​ສູງ​ອາ​ເມ​ລິ​ກາ ພ້ອມ​ທັງ​ຖື​ວ່າ ນີ້​ແມ່ນ​ບາດກ້າວ​ເດີນ ຊຶ່ງ​ບໍ່​ພຽງ​ແຕ່​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ສະ​ເພາະ​ໃຫ້ ອາ​ເມ​ລິ​ກາ​ເທົ່າ​ນັ້ນ ຫາກ​ຍັງ​ເພື່ອ​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ທົ່ວ​ໂລກ​ອີ​ກດ້ວຍ. 
ຂ່າວ/ບົດ​ອື່ນ