ປະຊາຄົມໂລກຊົມເຊີຍຂໍ້ຕົກລົງນິວເຄຼຍລະຫວ່າງອີຣານແລະP5+1

ປະຊາຄົມໂລກຊົມເຊີຍຂໍ້ຕົກລົງນິວເຄຼຍລະຫວ່າງອີຣານແລະP5+1 - ảnh 1
(ພາບປະກອບຈາກ tehranchronicle.com)

(vovworld) - ທ່ານ​​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ Ban Ki – moon ອວຍພອນ​ບັນດາ​ນັກ​ເຈລະຈາ “​ເພື່ອ​ຄວາມ​ຄືບ​ໜ້າ​ບັນລຸ​ໄດ້​ນີ້​​ອາດ​ຈະ​ພາ​ໄປ​ເຖິງ​ການ​​ເປີດ​ສາກ

​ຂອງ​ຂໍ້​ຕົກລົງ​ທີ່​ມີ​ລັກສະນະ​ປະຫວັດສາດ​​ໃຫ້​ແກ່​ປະຊາ​ຊາດ​ກໍ່​ຄື​ບັນດາປະ​ເທດ​ຢູ່​ຕາ​ເວັນ​ອອກ​ກາງ ​ແລະ ນອກ​ພາກ​ພື້ນ”. ບັນດາ​ການ​ນຳ​ສະຫະພາບ ​ເອີ​ລົບ (ອີ​ຢູ) ຕີ​ລາຄາ​ຂໍ້​ຕົກລົງ​ລະຫວ່າງ ອີຣານ ​ແລະ ກຸ່ມ P5+1 ​ແມ່ນ​ບາດກ້າວ​ບຸກທະລຸ​ໃຫຍ່​ເພື່ອ​​ສະຖຽນ​ລະ​ພາບ ​ແລະ ຄວາມ​ໝັ້ນຄົງ​ທົ່ວ​ໂລກ. ທ່ານປະທານ​ສະພາ​ເອີ​ລົບ Herman Van Romp ຖື​ນີ້​ແມ່ນ​ບາດກ້າວ​ສຳຄັນ​​ໃຫ້​ທັງ ອີຣານ ​ແລະ ປະຊາ​ຄົມ​ໂລກ​​ເພື່ອມຸ່ງ​ໄປ​ເຖິງ​ການ​ຮັບ​ປະກັນ​ກ່ຽວ​ກັບ​ໂຄງການ​ນິວ​ເຄຼຍຂອງ​ເຕ​ເຮຣານ. ລັດຖະມົນຕີ​ການ​ຕ່າງປະ​ເທດ ອັງກິດ William Hague ​​ໄດ້​ວິຈານ​ວ່າ​ຂໍ້​ຕົກລົງ​ລະຫວ່າງ ອີຣານ ​ແລະ ກຸ່ມ P5+1 “​ແມ່ນ​ຂໍ້​ຕົກລົງ​ທີ່​ດີ​ໃຫ້​ທົ່ວໂລກ, ​ໃນ​ນັ້ນ​ມີ​ບັນດາ​ປະ​ເທດ ຕາ​ເວັນ​ອອກ​ກາງ ນັບທັງປ​ະຊາ​ຊົນ ອີຣານ”. ລັດຖະມົນຕີ​ການ​ຕ່າງປະ​ເທດ ຝຣັ່ງ, ກະຊວງ​ການ​ຕ່າງປະ​ເທດ ຊີຣີ ​ແລະ ລັດຖະມົນຕີ​ການ​ຕ່າງປະ​ເທດ ຈີນ ກໍ່​ຕີ​ລາຄາ​ສູງ​ຂໍ້​ຕົກລົງ​ດັ່ງກ່າວ.

    ກົງກັນຂ້າມ, ວັນ​ທີ 24/11, ທ່ານ​ນາຍົກລັດຖະມົນຕີ ອິດສະຣາ​ແອນ Benjamin Netanyahu ​ໄດ້​ຕຳ​ນິຕິ​ຕຽນ​ຂໍ້​ຕົກລົງ​ນິວ​ເຄຼຍທີ່​ບັນ​ລຸ​ໄດ້​ລະຫວ່າງ ອີຣານ ​ແລະ ກຸ່ມ P5+1  ​ແມ່ນ “ການ​ຜິດ​ພາດ​ຂອງປະຫວັດສາດ”.

 

ຂ່າວ/ບົດ​ອື່ນ