ປະຊາຄົມໂລກມີປະຕິກິລິຍາຢ່າງແຮງພາຍຫຼັງສປປເກົາຫຼີຖະແຫຼງທົດລອງນິວຄະເລຍ


ປະຊາຄົມໂລກມີປະຕິກິລິຍາຢ່າງແຮງພາຍຫຼັງສປປເກົາຫຼີຖະແຫຼງທົດລອງນິວຄະເລຍ - ảnh 1
ນັກຊ່ຽວຊານ ສ. ເກົາຫຼີ ປຶກສາຫາລືການສັ່ນສະເທືອນຈາກການ ຍິງທົດລອງນິວເຄຼຍຂອງ ສປປ. ເກົາຫຼີ
(ພາບ: Reuters
)

(vovworld) - ​ໃນ​ການ​​ໂອ້​ລົມ​ທາງ​ໂທລະສັບ​ລະ​ຫວ່າງ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ​ແລະ ປະທານາທິບໍດີ ​ອາ​ເມ​ລິ​ກາ Barack Obama ​ໃນ​ຕອນ​ເຊົ້າ​ວັນ​ທີ 7/1, ການ​ນຳ​ສອງ​ທ່ານ​​ໄດ້ຢັ້ງຢືນ​​ເຖິງແຜນການ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ມີ​ປະຕິກິລິຍາ​ສຳລັບ​ເຫດ​ທົດ​ລອງ​ນິວຄະ​ເລຍ​ຂອງ​ ສປປ​ເກົາຫຼີ ກ່ອນ​ນີ້​ໜຶ່ງ​ວັນ. ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ຊີ້​ແຈ້ງວ່າ, ປະຊາ​ຄົມ​ສາກົນ​ຄວນ​ມີ​ການ​ກະທຳ​ຢ່າງ​ເດັດ​ດຽວ ​ເພື່ອ​ສົງສານ​ຢ່າງ​ແຮງ​ເຖິງ​ ສປປ​ເກົາຫຼີ, ຜ່ານ​ນັ້ນ​ຊ່ວຍ​ສະກັດ​ກັ້ນບໍ່​ໃຫ້ ພຽງ​ຢາງມີ​ການ​ກະທຳ​ເກາະ​ຜິດ. ສ່ວນປະທານາທິບໍດີ​ ອາ​ເມ​ລິ​ກາ Barack Obama ກໍ່​ຢືນຢັນ​ວ່າ, ອາ​ເມ​ລິ​ກາ​ຈະ​ມີ​ການ​ກະທຳຕ່າງໆ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​​ໃຫ້ຍີ່ປຸ່ນ ​ແລະ ບັນດາ​ພັນທະ​ມິດ.

        ກ່ອນ​ໜ້າ​ນັ້ນ, ວັນ​ທີ 6/1, ສະພາ​ຄວາມ​ໝັ້ນຄົງສະຫະ​ປະຊາ​ຊາດ ​ໄດ້​ດຳ​ເນີນ​ການ​ປະຊຸມ​ດ່ວນ, ປຶກສາ​ຫາລື​ບັນດາ​ມາດ​ຕະການ​ຮັບ​ມື​ກັບ​ສະພາບ​ການ​ອັນຮ້າຍ​ແຮງທີ່​ເກີດ​ຂຶ້ນ​ຈາກ​ເລື່ອງ  ສປປ​ເກົາຫຼີ​ ຖະ​ແຫຼ​ງດຳ​ເນີນ​ການ​ທົດ​ລອງ​ນິວຄະ​ເລຍ​ໃນ​ວັນ​ທີ 6/1. ບັນດາ​ປະ​ເທດ​ສະມາຊິກ ສະພາ​ຄວາມ​ໝັ້ນຄົງສະຫະ​ປະຊາ​ຊາດ ກໍ່​ກ່າວ​ປະນາມ​ການ​ທົດ​ລອງ​ນິວຄະ​ເລຍ​ຄັ້ງ​ໃໝ່​ນີ້​ຂອງ​ພຽງ​ຢາງ ​ແລະ ຢືນຢັນ​ວ່າ, ​ນີ້​ແມ່ນ​ການ​ກະທຳ​ລະ​ເມີດ​ບັນດາ​ມະຕິ​ຂອງສະພາ​ຄວາມ​ໝັ້ນຄົງສະຫະ​ປະຊາ​ຊາດ​ ກໍ່​ຄື​ບັນດາ​ກົນ​ໄກ​ບໍ່​ເຜີຍ​ແຜ່​ນິວຄະ​ເລຍຢ່າງ​ຮ້າຍ​ແຮງ. ​ໃນ​ຂະນະ​ນັ້ນ, ລັດຖະບານ​ເຢຍລະ​ມັນ​ໄດ້​ຮຽກຮ້ອງ​ ພຽງ​ຢາງຕ້ອງ​ມີ​ການ​ກະທຳ​ທີ່​ເໝາະ​ສົມ​ກັບ​ບັນດາ​ມະຕິ​ຂອງ ສະພາ​ຄວາມ​ໝັ້ນຄົງສະຫະ​ປະຊາ​ຊາດ ​ແລະ​ເຂົ້າ​ຮ່ວມການ​ເຈລະຈາຄືນ​ໃໝ່. ​

ຂ່າວ/ບົດ​ອື່ນ