ປະຊາຄົມໂລກມານະ ພະຍາຍາມຊ່ວຍຊູດັງໃຕ້ ອອກຈາກການປະທະ ກັນຢູ່ພາຍໃນປະເທດ


ປະຊາຄົມໂລກມານະ ພະຍາຍາມຊ່ວຍຊູດັງໃຕ້ ອອກຈາກການປະທະ ກັນຢູ່ພາຍໃນປະເທດ - ảnh 1

ຊາວ​ຊູ​ດັງ​ໃຕ້​ໄປ​ລົບ​ໄພ

 (ພາບ: AP)

 (vovworld)-  ​ໃນ​ສະພາບ​ການ​ທີ່​ການ​ປະ​ທະ​ກັນ​ໄດ້​ປິ​ນຂັ້ນ​ໄດ​ຢູ່​ຊູ​ດັງ​ໃຕ້ ຊື່​ງອາດ​ຈະ​ມີ​ໄພ​ເກີດ​​ເສິກ​ກາງ​ເມືອງ​ນັ້ນ, ວັນ​ທີ 23/12, ທ່ານ​ເລຂາທິກ​ານ​ໃຫ່ຍ ສປຊ ບານ​ກີ​ມູນ ​ໄດ້​ສະ​ເໜີ​ໃຫ້​ສະພາ​ຄວາມໝັ້ນຄົງ ສປຊ ຜັນ​ຂະຫຍາຍຕື່ມ​ນັກຮົບ 5500 ຄົນ ​ແລະ ຕຳຫຼວດ 423 ຄົນ ​ເພື່ອ​ເພີ່ມ​ທະວີ​ໃຫ້​ຝ່າຍ ສປຊ ຢູ່​ຊູ​ດັງ​ໃຕ້. ​ໃນວັນ​ດຽວ​ກັນ, ສະພາ​ຄວາມໝັ້ນຄົງ ສປຊ ​ໄດ້​ດຳ​ເນີນ​ບັນ​ດາ​ການ​ທາ​ບທາມ​ຄຳ​ເຫັນ​ດ່ວນ​ກ່ຽວ​ກັບ​ສະພາບ​ການ​ຢູ່​ຊູ​ດັງ​ໃຕ້​ ເພື່ອ​ພິດ​ຈາລະ​ນາ​ບັນດາ​ຂໍ້​ສະ​ເໜີ​ຂອງ​ທ່ານ​ບານ​ກີມູນ ​ແລະ ​ປະກາດ​ຂໍ້​ຕົກລົງ​ໃນ​ວັນ​ທີ 24/12.

   ​ໃນ​ຂະນະ​ນັ້ນ, ວົງ​ການ​ເຈົ້າໜ້າ​ທີ່​ອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ: ກອງທັບ​ປະ​ເທດ​ນີ້​ໄດ້​ຜັນ​ຂະຫຍາຍ​ທະຫານ​ເຮືອ​ສູ້​ຮົບ​ທາງບົກ​ປະມານ 150 ຄົນ​ໄປ​ຍັງ​ຖານ​ທີ່ໝັ້ນ​ແຫ່ງ 1 ຢູ່​ອາ​ຟິຼກກາ ​ເພື່ອ​ພ້ອມ​ແລ້ວ​ທີ່​ຈະ​ດຳ​ເນີນ​ການ​ຍົກຍ້າຍ​ພົນລະ​ເມືອງ​ອາ​ເມ​ລິ​ກາ ​ອອກ​ຈາກ​ປະ​ເທດ​ຊູ​ດັງ. ວັນ​ທີ 23/12, ຄະນະ​ກຳມະການ​ເອີ​ລົບ ປະກາດ​ຈະ​ສະໜອງ​ເງິນ​ອຸປະຖຳ​ມະນຸດສະທຳ​ຈຳນວນ 50 ລ້ານ​ເອີ​ໂຣ ​ໃຫ້​ແກ່​ຊູ​ດັງ​ໃຕ້ ​ເພື່ອ​ຫລີກ​ເວັ້ນວິ​ກິດ​ການ​ມະນຸດສະທຳ​ອາດ​ຈະ​ເກີດ​ຂຶ້ນ​ຢູ່​ປະ​ເທດ​ນີ້./.

ຂ່າວ/ບົດ​ອື່ນ