ປະຊາຄົມໂລກສືບຕໍ່ສະໜັບສະໜູນສານພິພາກສາຂະແມແດງ

ປະຊາຄົມໂລກສືບຕໍ່ສະໜັບສະໜູນສານພິພາກສາຂະແມແດງ - ảnh 1
ຈຳເລີຍ Nuon Chea (ຂວາ) ​ແລະ Khieu Somphon
(ພາບ: AFP/TTXVN)

(vovworld) - ບັນດາ​ປະ​ເທດ​ອຸປະຖຳ​ໃຫ້​ສານ​ພິພາກສາ​ໂທດ​ກຳ ຂະ​​ແມ​ແດງ (ECCC) ​ໃຫ້​ຄຳ​ໝັ້ນ​ສັນຍາ​ສືບ​ຕໍ່​ສະໜັບສະໜູນດ້ານ​ການ​ເງິນ​ໃຫ້​ສານ. ​ໃນ​ໄລຍະ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ກຳປູ​ເຈຍ ​ຫວ່າງມໍ່ໆ​ມາ​ນີ້, ຜູ້ຕາງໜ້າ​ກຸ່ມ​ບັນດາ​ນັກ​ອຸປະຖ​ຳ​ໃຫ້ ECCC ​ເຊິ່ງລວມມີ: ຍີ່ປຸ່ນ, ອົດ​ສະ​ຕາ​ລີ, ອາ​ເມ​ລິ​ກາ, ອັງກິດ, ຝຣັ່ງ ​ແລະ ​ເຢຍລະ​ມັນ (PDG) ທີ່​ມີ​ສຳນັກງານຕັ້ງ​ຢູ່ ອາ​ເມ​ລິ​ກາ ​ໄດ້​ດຳ​ເນີນ​ການ​ຄົ້ນ​ຄ້ວາ​ສຳ​ເນົາ​ເອກະສານ, ​ເອກະສານ ກ່ຽວ​ກັບ​ວິວັດທະນາ​ການ​ດ​ຳ​ເນີນ​ການ​ສືບສວນ​ສອບ​ສວນ​ຂອງ ECCC ​ແລະ ຕົກລົງ​ຈະ​ສືບ​ຕໍ່​ສະໜັບສະໜູນ​ວິວັດ​ການ​ພິພາກສາ​ຂອງ ECCC, ພິ​ເສດ​​ແມ່ນ​ງົບປະມານ​ໃຫ້ການ​ເຄື​່ອນ​ໄຫວ​ຂອງ​ສານ​ນີ້​ເພື່ອ​ແນ​ໃສ່​ນຳ​ມາ​ເຊິ່ງຄວາມ​ຍຸຕິ​ທຳ​ໃຫ້​ແກ່​ບັນດາ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ພາຍ​ໃຕ້​ລະບອບ​ດັບ​ສູນ​ເຊື້ອ​ຊາດ ຂະ​ແມ​ແດງ. ຄາ​ດວ່າ, ​ແຫຼ່ງ​ເງິນ​ໃຊ້​ຈ່າ​ຍ​ໃຫ້ ECCC ​ໃນ​ປີ 2014 – 2015  ​ແມ່ນ​ປະມານ 60 ລ້ານ USD, ​ໃນ​ນັ້ນ, ລັດຖະບານ ກຳປູ​ເຈຍ ປະກອບ​ຈຳນວນ​ເງິນ​ກ່ວາ 12 ລ້ານ USD ​ແລະ ສ່ວນຍັງ​ເຫຼືອ​​ແມ່ນ PDG ອຸປະຖ​​ຳ. ຕາມ​ຕົວ​​ເລກ​ສະຖິຕິ​ແລ້ວ, ​ໃນ​ໄລຍະ​ແຕ່​ປີ 2006 – 2013, ECCC ​ໃຊ້​ຈ່າຍ​ປະມານ 205 ລ້ານ USD. ປະຈຸ​ບັນ, ECCC ພວມ​ດຳ​ເນີນ​ການ​ສືບສວນ, ພິຈາລະນາ​ສຳ​ເນົາເອກະສານ​ຄຳ​ກ່າວ​ປະກາດໂທດ​ເລກທີ 2 ສຳລັບ​ຫົວ​ໂປ​ຂັ້ນ​ສູງ​ຂອງ ຂະ​ແມ​ແດງ 2 ຄົນ​ນັ້ນ​ແມ່ນ Nuon Chea ​ແລະ Khieu Somphon, ​ເຊິ່ງຄາດ​ວ່າ​ຈະ​ປະກາດ​ໃນ​ວັນ​ທີ 7/8 ຈະ​ມາ​ເຖິງ.



ຂ່າວ/ບົດ​ອື່ນ